ຂ່າວສານ

ທ່ານປະທານສະພາແຫ່ງຊາດ, ທັງເປັນປະທານສະພາຜູ້ແທນລາຊະດອນໄທ ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ການຢ້ຽມຢາມໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນເຕີມອີກໃຫ້ແກ່ 2 ຝ່າຍແລກປ່ຽນບັນດາການກຳກົດທິດໃຫຍ່ ແນໃສ່ເປີດກວ້າງການຮ່ວມມືໃນບັນດາຂົງເຂດ
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລ​ະ ທ່ານ ໂສພົນ ຊາຣຳ, ປະທານສະພາແຫ່ງຊາດ, ທັງເປັນປະທານສະພາຜູ້ແທນລາຊະດອນແຫ່ງລາຊະອານາຈັກ ໄທ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 05 ສິງ​ຫາ, ທ່ານ ໂສ​ພົນ ຊາ​ຣຳ, ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທັງ​ເປັນ​​ປະ​ທານສະ​ພາ​ຜູ້​ແທນ​ລາ​ຊະ​ດອນແຫ່ງ​ລາ​ຊະ​ອາ​ນາ​ຈັກ ​ໄທ, ໄດ້​ເລີ່​ມ​ຕົ້ນ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 05 – 07 ສິງ​ຫາ, ຕາມ​ຄຳ​ເຊີນ​ຂອງ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ.

ການ​ຢ້ຽມ​ຢາມ​ເພື່ອ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃນ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດ 2 ປະ​ເທດ​ໃນ​ເລື່ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ການ​ທູດ​ລັດ​ຖະ​ສະ​ພາ, ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສູງ ແລະ ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ຜູ້​ແທນ​ລາ​ຊະ​ດອນ ໄທ ໄລ​ຍະ 2023 – 2028 ໃຫ້​ມີ​ປ​ະ​ສິ​ດ​ທິ​ຜົນ.

ຕອນ​ບ່າຍວັນ​ດຽວ​ກັນ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທີ່​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ ໂສ​ພົນ ຊາ​ຣຳ, ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທັງ​ເປັນ​​ປະ​ທານສະ​ພາ​ຜູ້​ແທນ​ລາ​ຊະ​ດອນແຫ່ງ​ລາ​ຊະ​ອາ​ນາ​ຈັກ ​ໄທ.

ທີ່​ການ​ໂອ​້​ລົມ​ສົນ​ທະ​ນາ, ການ​ນຳ 2 ທ່ານ​ໄດ້​ຢືນ​ຢັນ​ການ​ພົວ​ພັນ ຫວຽດ​ນາມ - ໄທ ພວມ​ພັດ​ທະ​ນາ​ຢ່າງ​ແຮງ ພາຍ​ຫຼັງ​ທີ່​ໄດ້​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ໃນ​ປີ 2025, ພ້ອມ​ກັນ​ນັ້ນ, ເຫັນ​ດີ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສ​ູງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ, 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ແບ່​ງ​ປັນ​ບົດ​ຮຽນ​ໃນ​ການ​ສ້າງ​ກົດ​ໝາຍ, ການ​ຕິດ​ຕາມກວດ​ກາ​ສູງ​ສຸດ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕ​ສີ​ຂຽວ ແລະ ການ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງດ​ິນ​ຟ້າ​ອາ​ກາດ; ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ ໃນ​ການ​ສ້າງ​ຂອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບ ແລະ ຕິດ​ຕາມ​ການ​ປະ​ຕິ​ບັດ​ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ໄລ​ຍະ 2026 – 2031.


top