ຂ່າວສານ

ທ່ານປະທານສະພາແຫ່ງຊາດໄປກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ຢູ່ ດົ່ງນາຍ

ທ່ານປະທານສະພາແຫ່ງຊາດ ກໍ່ໃສ່ໃຈເປັນພິເສດເຖິງເລື່ອງ ເປັນເຈົ້າການຄົ້ນຄວ້າ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນຢ່າງຊັດເຈນ ເພື່ອກຳແໜ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ບໍ່ໃຫ້ຂາດຜູ້ໃດ.
  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ເຮັດວຽກກັບຄະນະກຳມະການເລືອກຕັ້ງແຂວງ ດົ່ງນາຍ. ພາບ: Doãn Tấn/TTXVN  

ຕອນເຊົ້າວັນທີ 05 ມີນາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ໄປກວດກາຕົວຈິງການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16, ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ແຂວງ ດົ່ງນາຍ.

        ເມື່ອເຮັດວຽກກັບຄະນະກຳມະການເລືອກຕັ້ງແຂວງ ດົ່ງນາຍ, ພາຍຫຼັງຮັບຟັງບົດລາຍງານຂອງແຂວງ ດົ່ງນາຍ, ກ່າວຄຳເຫັນສະຫຼຸບທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ຮຽກຮ້ອງວ່າ:

 “ຂ້າພະເຈົ້າປາດຖະໜາວ່າ ດົ່ງນາຍ ຈະບໍ່ເລືອກຕັ້ງູ່ຂັ້ນຕາແສງຂັ້ນແຂວງ ແລະ ຈຳນວນສະມາຊິກສະພາແຫ່ງຊາດຄືນອີກທີ 2, ຂ້າພະເຈົ້າເໜີໃຫ້ຜູ້ສະໝັກຮັບເລືອກຕັ້ງຕ້ອງພົບປະຢ່າງເຂັ້ມວດ ດ້ວຍຮູບແບບໂດຍກົງທາງໄກ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮູ້ຈັກເຖິງຜູສະໝັກຮັເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ 3 ຂັ້ນການພົບປະນີ້ເພື່ອໃຫ້ໃກ້ຊິດກັບປະຊາຊົນກຳແໜ້ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.

ນອກນັ້ນ, ທ່ານປະທານສະພາແຫ່ງຊາດ ກໍ່ໃສ່ໃຈເປັນພິເສດເຖິງເລື່ອງ ເປັນເຈົ້າການຄົ້ນຄວ້າ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນຢ່າງຊັດເຈນ ເພື່ອກຳແໜ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ບໍ່ໃຫ້ຂາດຜູ້ໃດ. 


top