ທ່ານນາຍົກລັດຖະມົນຕີ Nyam-Osoryn Uchral ຖືວ່າ ສອງຝ່າຍຕ້ອງມານະພະຍາຍາມກ່ວາອີກ ນຳການພົວພັນດ້ານເສດຖະກິດ ການຄ້າໃຫ້ພັດທະນາສົມກັບການພົວພັນດ້ານການເມືອງ ແລະ ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ;
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ພົບປະເຈລະຈາກັບທ່ານ ນາຍົກລັດຖະມົນຕີ ມົງໂກນ (ພາບ: VNA)
ໃນຂອບເຂດການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕອນທ່ຽງວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Nyam-Osoryn Uchral ນາຍົກລັດຖະມົນຕີ ມົງໂກນ ທັງເປັນປະທານພັກ ປຊຊ ມົງໂກນ ຢູ່ນະຄອນຫຼວງ Ulan Bator.
ຕີລາຄາການຮ່ວມມືດ້ານເສດຖະກິດ ການຄ້າ ລະຫວ່າງສອງປະເທດ ທີ່ມີຫຼາຍຄວາມສາມາດບົ່ມຊ້ອນພັດທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ ມົງໂກນ ສ້າງເງື່ອນໄຂເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດຂອງ ຫວຽດນາມ; ຊຸກຍູ້ສຳເລັດໂດຍໄວ ແລະ ເຊັນສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນສະບັບໃໝ່, ຊຸກຍູ້ການຄົ້ນຄ້ວາ, ສ້າງ ແລະ ປັບປຸງບັນດານະໂຍບາຍ, ຂົງເຂດນິຕິກຳລວມກ່ຽວກັບການລົງທຶນ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ ພ້ອມແລ້ວທີ່ຈະແກ້ໄຂລະບອບລະບຽບການ, ຮົວກີດຂວາງ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ ການຄ້າ ຫວຽດນາມ-ມົງໂກນ.
ໂດຍເຫັນດີເປັນເອກະພາບສູງຕໍ່ບັນດາຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ທ່ານນາຍົກລັດຖະມົນຕີ Nyam-Osoryn Uchral ຖືວ່າ ສອງຝ່າຍຕ້ອງມານະພະຍາຍາມກ່ວາອີກ ນຳການພົວພັນດ້ານເສດຖະກິດ ການຄ້າໃຫ້ພັດທະນາສົມກັບການພົວພັນດ້ານການເມືອງ ແລະ ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ; ຊຸກຍູ້ເປີດກ້ວາງການຮ່ວມມືໃນການການທ່ອງທ່ຽວ; ຮັກສາຖ້ຽວບິນໂດຍກົງເຊື່ອມຕໍ່ສອງປະເທດເປັນປະຈຳ; ສົ່ງເສີມວິສາຫະກິດ ຫວຽດນາມ ຮ່ວມມືກັບວິສາຫະກິດ ໂມງກົນ ຜະລິດສິນຄ້າກະສິກຳສົ່ງອອກ…