ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Dissanayaka ໃນຖານະຕຳແໜ່ງປະທານາທິບໍດີ (ແຕ່ເດືອນ ພະຈິກ 2024)
ຕອນເຊົ້າວັນທີ 05 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayaka ຢ້ຽມຢາມທາງລັດຖະກິດ ຫວຽດນາມ ແລະ ເຂົ້າຮ່ວມວັນບຸນວິສາຂະບູຊາສະຫະປະຊາຊາດ Vesak, ແຕ່ວັນທີ 04 – 06 ພຶດສະພາ.
ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Dissanayaka ໃນຖານະຕຳແໜ່ງປະທານາທິບໍດີ (ແຕ່ເດືອນ ພະຈິກ 2024), ໂດຍດຳເນີນໄປກົງກັບຈຸດເວລາທີ່ມີຄວາມໝາຍ ເມື່ອປີ 2025 ນີ້, 2 ປະເທດຈະຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (21 ກໍລະກົດ 1970 – 21 ກໍລະກົດ 2025). ການຢ້ຽມຢາມແມ່ນເພື່ອປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດໃຫ້ແທດຈິງ, ມີປະສິດທິຜົນກວ່າ.
ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ Anura Kumara Dissanayaka ໄດ້ນຳໜ້າຄະນະຜູ້ແທນ 2 ປະເທດດຳເນີນການພົບປະເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ສະເໜີທິດທາງການຮ່ວມມືໃນໄລຍະຈະມາເຖິງ. ການນຳ 2 ທ່ານກໍ່ຈະເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຫຼາຍສະບັບ, ມີການພົບປະກັບສື່ມວນຊົນ.