ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ຮຽກຮ້ອງໃຫ້ວິສາຫະກິດ ອາເມລິກາ ລົງທຶນມີຂອບຂະໜາດໃຫຍ່ກວ່າ, ເລິກເຊິ່ງກວ່າຢູ່ ຫວຽດນາມ

ຫວຽດນາມ ແມ່ນໜຶ່ງໃນຈຳນວນ 32 ພື້ນຖານເສດຖະກິດແຖວໜ້າ, ດ້ວຍວົງເງິນການຄ້ານອນໃນ top 20 ຂອງໂລກ
(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ)

ໃນຂອບເຂດລາຍການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80, ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ຕອນເຊົ້າວັນທີ 23 ກັນຍາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດ ອາເມລິກາ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 32 ພື້ນຖານເສດຖະກິດແຖວໜ້າ, ດ້ວຍວົງເງິນການຄ້ານອນໃນ top 20 ຂອງໂລກ; ໄດ້ລົງນາມສັນຍາການຄ້າເສລີລຸ້ນໃໝ່ 17 ສະບັບ, ສ້າງເຄືອຂ່າຍຮ່ວມສຳພັນຢ່າງແໜ້ນແຟ້ນກັບກວ່າ 60 ພື້ນຖານເສດຖະກິດໃຫຍ່ຂອງພາກພື້ນ ແລະ ທົ່ວໂລກ.

        “ເພື່ອບັນລຸບັນດາເປົ້າໝາຍດັ່ງກ່າວ, ພວກຂ້າພະເຈົ້າມີຫຼາຍນະໂຍບາຍໜູນຊ່ວຍ ຫາກພົ້ນເດັ່ນທີ່ສຸດແມ່ນດຳເນີນບາດກ້າວບຸກທະລຸຢູ່ 3 ຂອດສຳຄັນ. ທີ 1 ແມ່ນລະບອບລະບຽບການ. ທີ 2 ແມ່ນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ທີ 3 ແມ່ນຂອດບຸກທະລຸໃນການສ້າງພື້ນຖານໂຄງລ່າງທັນສະໄໝ ແລະ ຄົບຊຸດ. ພວກຂ້າພະເຈົ້າໄດ້ ແລະ ພວມດຳເນີນການປະຕິວັດກ່ຽວກັບການຈັດຕັ້ງກົງຈັກໃນລະບົບການເມືອງຢ່າງຂ້ຽວຂາດ ຕາມທິດກະທັດລັດ, ເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ພວກຂ້າພະເຈົ້າກໍ່ມີຫຼາຍນະໂຍບາຍ, ຄື: ການພັດທະນາວິທະຍາສາດເຕັກໂນໂລຊີນະວັດຕະກຳຫັນປະເທດຊາດເປັນດີຈີຕອນ, ດຳເນີນການປ່ຽນແປງໃໝ່ການເຊື່ອມໂຍງເຂົ້າກັບສາກົນໃນຍຸກສະໄໝໃໝ່ ຕາມທິດເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນກວ່າ”.

        ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ບຸນກາຣີ Rosen Zhelyazkov; ດຳເນີນການພົບປະກັບທ່ານປະທານາທິບໍດີ ປອກຕຸຍການ Marcelo Rebelo de Sousa…


top