ຂ່າວສານ

ທ່ານປະທານປະເທດ ເຈິ່ນດ້າຍກວາງ ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ

ທ່ານປະທານປະເທດ ເຈິ່ນດ້າຍກວາງ  ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ພາບ: ຍານຊ໋າງ/VNA

      ຕອນເຊົ້າວັນທີ 20 ທັນວາ 2017, ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ເນື່ອງໃນໂອກາດພວມຢູ່ຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ.
      ສະຫາຍປະທານປະເທດ ເຈິ່ນດ້າຍກວາງ ຕີລາຄາສູງເລ່ືອງສອງຝ່າຍຈັດຕັ້ງບັນດາການເຄື່ອນໄຫວຂອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ຢ່າງສຳເລັດຜົນ, ຜົນສຳເລັດດ່ັງກ່າວ ມີຄວາມໝາຍຮອບດ້ານ ແລະ ເລິກເຊິ່ງ, ເປັນເຫດການທີ່ສຳຄັນໃນຊີວິດການເປັນຢູ່ທາງດ້ານການເມືອງຂອງປະຊາຊົນສອງປະເທດ, ເປັນຂີດໝາຍສຳຄັນໃນສາຍພົວພັນ ຫວຽດນາມ-ລາວ, ລາວ-ຫວຽດນາມ.
      ສະຫາຍປະທານປະເທດ ເຈິ່ນດ້າຍກວາງ ສະເໝີວ່າ ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຍົກສູງຄຸນນະພາບບັນດາກົນໄກຮ່ວມມືທີ່ມີພ້ອມ; ເພີ່ມທະວີິການຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບຄວາມສະຫງົບຄວາມປອດໄພ, ປ້ອງກັນຊາດ; ຜັນຂະຫຍາຍບັນດາໂຄງການຮ່ວມມືໃຫ້ຖືກຕາມການກຳນົດເວລາ ແລະ ມີຄຸນນະພາບສູງ; ແກ້ໄຂບັນດາຄວາມຫຍຸ້ງຍາກຢ່າງທັນການ ເພື່ອຍົກສູງຜົນງານຂອງການຮ່ວມມືດ້ານເສດຖະກິດ, ການຄ້າ...ລະຫວ່າງສອງປະເທດ.
      ທ່ານຜູ້ນຳທັງສອງເນັ້ນໜັກວ່າ ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນບັນດາເວທີສາກົນ ແລະ ໃນພາກພື້ນ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກຮ່ວມມືຢູ່ອານຸພາກພື້ນແມ່ນຳ້ຂອງ ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ, ປະກອບສ່ວນປົກປັກຮັກສາຄວາມສັນຕິພາບ, ຄວາມສະຫງົບຄວາມປອດໄພ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ.
      ເນື່ອງໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ເຊື້ອເຊີນປະທານປະເທດ ເຈິ່ນດ້າຍກວາງ ແລະ ພັນລະຍາ ໄປຢ້ຽມຢາມ ລາວ ໃນເວລາທີ່ເໝາະສົມ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະແດງຄວາມຂອບອົກຂອບໃຈ ແລະ ຮັບຄຳເຊີນຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ.
ປະຕິບັດ: VNA/VNP 

top