ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ມົງກົນ ສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ

ວັນທີ 26 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງກົນ Bilegdorj Dash ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ຫວຽດນາມ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງກົນ Bilegdorj Dash. (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ອວນພອນທ່ານເອກອັກຄະລັດຖະທູດ Bilegdorj Dash ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຢູ່ຫວຽດນາມ; ທ່ານໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດໃນການຊຸກຍູ້ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ມົງກົນ, ປະກອບສ່ວນຊຸກຍູ້ພັດທະນາການພົວພັນລະຫວ່າງ 2 ປະເທດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ໃນໄລຍະມາເຖິງ, ການໄປມາລະຫວ່າງ 2 ປະເທດຈະສະດວກກວ່າ ແລະ ຈະເປັນກຳລັງໜູນໃຫ້ແກ່ບັນດາອົງການ, ວິສາຫະກິດຂອງ 2 ປະເທດສົ່ງອອກບັນດາສິນຄ້າທີ່ມີທ່າແຮງຂອງຕົນ.

        ສ່ວນທ່ານເອກອັກຄະລັດຖະທູດ Bilegdorj Dash ໄດ້ຂອບໃຈພັກ, ລັດຫວຽດນາມ ໄດ້ຕັ້ງໜ້າໜູນຊ່ວຍໃຫ້ແກ່ທ່ານໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນ. ທ່ານເອກອັກຄະລັດຖະທູດສະແດງຄວາມຫວັງວ່າ, ໃນອະນາຄົດ, ການຄ້າລະຫວ່າງ 2 ປະເທດຈະໄດ້ຮັບການເພີ່ມທະວີ.

(ແຫຼ່ງຄັດຈາກ VOV)


top