ຂ່າວສານ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ 21/09/2018 ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 05 ນາທີ, ວັນທີ 21/09/2018 ຢູ່ໂຮງໝໍກອງທັບສູນກາງ 108. ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ ແລະ ດູແລສຸຂະພາບພະນັກງານສູນກາງພັກ, ທ່ານ ເຈິ່ນດ້າຍກວາງ, ເກີດປີ 1956, ກຳມະການກົມການເມືອງ, ປະທານປະເທດແຫ່ງສສ.ຫວຽດນາມ, ເນື່ອງມາຈາກທ່ານເປັນພະຍາດທີ່ໜັກໜ່ວງຮ້າຍແຮງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດໃຈຈາກບັນດາສາດສະດາຈານ, ທ່ານໝໍຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາການນຳພັກ, ລັດໄດ້ເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂໃນການປິ່ນປົວແລ້ວກໍ່ຕາມ, ແຕ່ກໍ່ບໍ່ສາມາດກູ້ເອົາຊີວິດໄດ້. ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 05 ນາທີ, ວັນທີ 21/09/2018 ຢູ່ໂຮງໝໍກອງທັບສູນກາງ 108. ຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ວັນທີ 02/04, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ທ່ານ ເຈິ່ນດ້າຍກວາງ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ. ສຳນັກຂ່າວສານຫວຽດນາມ ຂໍແນະນຳຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ. 1. ຊື່ແລະນາມສະກຸນ: ເຈິ່ນດ້າຍກວາງ (TRẦN ĐẠI QUANG) 2. ວັນ, ເດືອນ, ປີເກີດ: 12/10/1956. 3. ບ້ານເກີດ: ຕາແສງ ກວາງທ້ຽນ, ເມືອງກິມເຊີນ, ແຂວງນິງບິ່ງ. 4. ບ່ອນຢູ່ປະຈຸບັນ: ຕາແສງ ເຍີນຈິງ, ເມືອງ ແທງຊວນ, ນະຄອນຮ່າໂນ້ຍ. 5. ຊົນເຜົ່າ: ກິງ; ສາສະໜາ: ບໍ່ຖືສາສະໜາໃດ 6. ລະດັບວິຊາສະເພາະ: ປະລິຍາເອກດ້ານກົດໝາຍວິທະຍາ, ມະຫາວິທະຍາໄລປ້ອງກັນຄວາມສະຫງົບ - ລະດັບການສຶກສາ: ປະລິຍາເອກ; ວຸດທິການສຶກສາ; ສາດສະດາຈານ - ທິດສະດີການເມືອງ: ຊັ້ນສູງ - ພາສາຕ່າງປະເທດ: ພາສາຈີນ ຊັ້ນສູງ 7. ບ່ອນເຮັດວຽກ: ກະຊວງຕຳຫຼວດ, ເລກທີ 44 ອຽດກຽວ, ຮ່າໂນ້ຍ 8. ວັນເຂົ້າເປັນສະມາຊິກພັກສຳຮອງ: 26/07/1980; ວັນເຂົ້າເປັນສະມາຊິກພັກສົມບູນ 26/07/1981. 9. ສະມາຊິກສະພາແຫ່ງຊາດຊຸດທີ 14. 10. ສະຫຼຸບຫຍໍ້ວິວັດການປະຕິບັດງານ. - ນັບແຕ່ເດືອນ 07/1972 – ເດືອນ 10/1975: ຮຽນຢູ່ໂຮງຮຽນຕຳຫຼວດປະຊາຊົນສູນກາງ ແລະ ໂຮງຮຽນວິທະຍາໄລພາສາຕ່າງປະເທດ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ). - ນັບແຕ່ເດືອນ 10/1975 - ເດືອນ 06/1987: ເປັນພະນັກງານກົມປ້ອງກັນການເມືອງເລກ I, ຫຼັງຈາກນັ້ນໄດ້ແຍກເປັນກົມປ້ອງກັນການເມືອງເລດ II, ດຳລົງຕຳແໜ່ງເປັນຮອງຫົວໜ້າຫ້ອງ , ກົມປົກກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ). - ແຕ່ເດືອນ 06/1987 - ເດືອນ 06/1990: ເປັນຫົວໜ້າຫ້ອງການເສນາທິການ ແລະ ຫົວໜ້າຫ້ອງ ການສືບສວນ, ກົມປ້ອງກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫລວດ). - ແຕ່ເດືອນ 06/1990 - ເດືອນ 09/1996: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫລວດ). - ແຕ່ເດືອນ 09/1996 - ເດືອນ 10/2000: ເປັນຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ; ກຳມະການຄະນະບໍລິຫານງານອົງຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ກຳມະການຄະນະປະຈຳຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ເລຂາຄະນະພັກກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ. - ແຕ່ເດືອນ 10/2000 - ເດືອນ 04/2006: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນຈັດຕະວາ (2003); ໄດ້ຮັບວຸດທິການສຶກສາຮອງສາດສະດາຈານ (2003). - ແຕ່ເດືອນ 04/2006 - ເດືອນ 01/2011: ເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 10, ກຳມະການຄະນະພັກຕຳຫລວດສູນກາງ, ກຳມະການຄະນະປະຈຳຄະນະພັກຕຳຫລວດສູນກາງ, ເປັນຮອງລັດຖະມົນຕີກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນຕີ (2007); ໄດ້ຮັບວຸດທິການສຶກສາສາດສະດາຈານ (2009). - ແຕ່ເດືອນ 01/2011 - ເດືອນ 08/2011: ເປັນກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກ, ກຳມະການຄະນະປະຈຳຄະນະພັກຕຳຫລວດສູນກາງ, ຮອງລັດຖະມົນຕີກະຊວງຕຳຫລວດ. - ແຕ່ເດືອນ 08/2011 ມາຮອດວັນທີ 02/04/2016: ກຳມະການກົມການເມືອງ (ຊຸດທີ 11, 12), ກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ກຳມະກ//ານຄະນະກຳມະການພັກລັດຖະບານ, ເລຂາຄະນະພັກຕຳຫລວດສູນກາງ; ລັດຖະມົນຕີກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນໂທ (2011), ພົນເອກ (2012); ເປັນຫົວໜ້າຄະນະຊີ້ນຳເຂດໄຕງວຽນ; ເປັນສະມາຊິກສະພາແຫ່ງຊາດຊຸດທີ 13; ເປັນຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ; ຮອງຫົວໜ້າອະນຸກຳມະການປ້ອງກັນການເມືອງພາຍໃນສູນກາງ. - ວັນທີ 02/04/2016 ມາຮອດປະຈຸບັນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13 ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສສ.ຫວຽດນາມ ./. (ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 05 ນາທີ, ວັນທີ 21/09/2018 ຢູ່ໂຮງໝໍກອງທັບສູນກາງ 108. ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ ແລະ ດູແລສຸຂະພາບພະນັກງານສູນກາງພັກ, ທ່ານ ເຈິ່ນດ້າຍກວາງ, ເກີດປີ 1956, ກຳມະການກົມການເມືອງ, ປະທານປະເທດແຫ່ງສສ.ຫວຽດນາມ, ເນື່ອງມາຈາກທ່ານເປັນພະຍາດທີ່ໜັກໜ່ວງຮ້າຍແຮງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດໃຈຈາກບັນດາສາດສະດາຈານ, ທ່ານໝໍຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາການນຳພັກ, ລັດໄດ້ເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂໃນການປິ່ນປົວແລ້ວກໍ່ຕາມ, ແຕ່ກໍ່ບໍ່ສາມາດກູ້ເອົາຊີວິດໄດ້. ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 05 ນາທີ, ວັນທີ 21/09/2018 ຢູ່ໂຮງໝໍກອງທັບສູນກາງ 108. ຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ວັນທີ 02/04, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ທ່ານ ເຈິ່ນດ້າຍກວາງ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ. ສຳນັກຂ່າວສານຫວຽດນາມ ຂໍແນະນຳຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ. 1. ຊື່ແລະນາມສະກຸນ: ເຈິ່ນດ້າຍກວາງ (TRẦN ĐẠI QUANG) 2. ວັນ, ເດືອນ, ປີເກີດ: 12/10/1956. 3. ບ້ານເກີດ: ຕາແສງ ກວາງທ້ຽນ, ເມືອງກິມເຊີນ, ແຂວງນິງບິ່ງ. 4. ບ່ອນຢູ່ປະຈຸບັນ: ຕາແສງ ເຍີນຈິງ, ເມືອງ ແທງຊວນ, ນະຄອນຮ່າໂນ້ຍ. 5. ຊົນເຜົ່າ: ກິງ; ສາສະໜາ: ບໍ່ຖືສາສະໜາໃດ 6. ລະດັບວິຊາສະເພາະ: ປະລິຍາເອກດ້ານກົດໝາຍວິທະຍາ, ມະຫາວິທະຍາໄລປ້ອງກັນຄວາມສະຫງົບ - ລະດັບການສຶກສາ: ປະລິຍາເອກ; ວຸດທິການສຶກສາ; ສາດສະດາຈານ - ທິດສະດີການເມືອງ: ຊັ້ນສູງ - ພາສາຕ່າງປະເທດ: ພາສາຈີນ ຊັ້ນສູງ 7. ບ່ອນເຮັດວຽກ: ກະຊວງຕຳຫຼວດ, ເລກທີ 44 ອຽດກຽວ, ຮ່າໂນ້ຍ 8. ວັນເຂົ້າເປັນສະມາຊິກພັກສຳຮອງ: 26/07/1980; ວັນເຂົ້າເປັນສະມາຊິກພັກສົມບູນ 26/07/1981. 9. ສະມາຊິກສະພາແຫ່ງຊາດຊຸດທີ 14. 10. ສະຫຼຸບຫຍໍ້ວິວັດການປະຕິບັດງານ. - ນັບແຕ່ເດືອນ 07/1972 – ເດືອນ 10/1975: ຮຽນຢູ່ໂຮງຮຽນຕຳຫຼວດປະຊາຊົນສູນກາງ ແລະ ໂຮງຮຽນວິທະຍາໄລພາສາຕ່າງປະເທດ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ). - ນັບແຕ່ເດືອນ 10/1975 - ເດືອນ 06/1987: ເປັນພະນັກງານກົມປ້ອງກັນການເມືອງເລກ I, ຫຼັງຈາກນັ້ນໄດ້ແຍກເປັນກົມປ້ອງກັນການເມືອງເລດ II, ດຳລົງຕຳແໜ່ງເປັນຮອງຫົວໜ້າຫ້ອງ , ກົມປົກກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ). - ແຕ່ເດືອນ 06/1987 - ເດືອນ 06/1990: ເປັນຫົວໜ້າຫ້ອງການເສນາທິການ ແລະ ຫົວໜ້າຫ້ອງ ການສືບສວນ, ກົມປ້ອງກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫລວດ). - ແຕ່ເດືອນ 06/1990 - ເດືອນ 09/1996: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫລວດ). - ແຕ່ເດືອນ 09/1996 - ເດືອນ 10/2000: ເປັນຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ; ກຳມະການຄະນະບໍລິຫານງານອົງຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ກຳມະການຄະນະປະຈຳຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ເລຂາຄະນະພັກກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ. - ແຕ່ເດືອນ 10/2000 - ເດືອນ 04/2006: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນຈັດຕະວາ (2003); ໄດ້ຮັບວຸດທິການສຶກສາຮອງສາດສະດາຈານ (2003). - ແຕ່ເດືອນ 04/2006 - ເດືອນ 01/2011: ເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 10, ກຳມະການຄະນະພັກຕຳຫລວດສູນກາງ, ກຳມະການຄະນະປະຈຳຄະນະພັກຕຳຫລວດສູນກາງ, ເປັນຮອງລັດຖະມົນຕີກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນຕີ (2007); ໄດ້ຮັບວຸດທິການສຶກສາສາດສະດາຈານ (2009). - ແຕ່ເດືອນ 01/2011 - ເດືອນ 08/2011: ເປັນກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກ, ກຳມະການຄະນະປະຈຳຄະນະພັກຕຳຫລວດສູນກາງ, ຮອງລັດຖະມົນຕີກະຊວງຕຳຫລວດ. - ແຕ່ເດືອນ 08/2011 ມາຮອດວັນທີ 02/04/2016: ກຳມະການກົມການເມືອງ (ຊຸດທີ 11, 12), ກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ກຳມະກ//ານຄະນະກຳມະການພັກລັດຖະບານ, ເລຂາຄະນະພັກຕຳຫລວດສູນກາງ; ລັດຖະມົນຕີກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນໂທ (2011), ພົນເອກ (2012); ເປັນຫົວໜ້າຄະນະຊີ້ນຳເຂດໄຕງວຽນ; ເປັນສະມາຊິກສະພາແຫ່ງຊາດຊຸດທີ 13; ເປັນຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ; ຮອງຫົວໜ້າອະນຸກຳມະການປ້ອງກັນການເມືອງພາຍໃນສູນກາງ. - ວັນທີ 02/04/2016 ມາຮອດປະຈຸບັນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13 ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສສ.ຫວຽດນາມ ./. (ແຫຼ່ງຄັດຈາກ VOV)