ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ
  ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 8 ກັນ​ຍາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ຮ່າ​ໂນ້ນ, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ແລະ ບັນ​ດາ​ກະ​ຊວງ​ຂະ​ແໜງ​ການ​ທີ່​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ສອງ​ສະ​ບັບ​ລວມ​ມີ: ຮ່າງ​ກົດ​ໝາຍ ແລະ ກົດ​ໝາຍ​ວ່​າ​ດ້ວຍ​ຢຸກ​ຢາ; ພ້ອມ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ (ສະ​ບັບ​ປັບ​ປຸງ).

ຕາມ​ແຜນ​ການ, ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການກວດ, ປິ່ນ​ປົວ​ພະ​ຍາດ ​​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ ແລະ ຮັບ​ຮອງ​ເອົາ​ຢູ່ກອງ​ປະ​ຊຸມ​ສະ​ໄໝ​ທີ 2 (ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI). ບົນ​ພື້ນ​ຖານ​ບົດ​ລາຍ​ງານ​ຂອງ​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຫັນ​ດີ​ເພີ່ມ​ເຕີມ​ເນື້ອ​ໃນຄຸ້ມ​ຄອງ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ເຂົ້າ​ຮ່າງ​ກົດ​ໝາຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ ເລ​ມິງ​ຮຶງ ຖື​ວ່າ​ເປົ້າ​ໝາ​ຍ​ສຳ​ຄັນ ແລະ ລຸ​ລ້ວງ​ເພື່ອຮ່າງ​ກົດ​ໝາຍ​ໄດ້​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ​ແມ່ນ​ສ້າງ​ກົນ​ໄກ​ປັບ​ປຸງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງວຽກ​ງານ​ຄຸ້ມ​ຄອງ​ຢຸກ​ຢາປິ່ນ​ປົວ​ພະ​ຍາດ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ; ຮັບ​ປະ​ກັນ​ໃຫ້ປະ​ຊາ​ຊົນ​ໄດ້​ເຂົ້າ​ເຖິງ ແຫຼ່ງ​ຢຸກ​ຢາ, ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ດ້ວຍ​ລາ​ຄາ​ທີ່​ເໝາ​ະ​ສົມ.


top