ກ່ຽວກັບບາງໂຄງການ, ກິດຈະກຳຈຸດສຸມອື່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກິດຈະກຳຮັບໃຊ້ APEC ຢູ່ ຝູກວັກ ຕ້ອງກໍ່ສ້າງໄວ
ບັນຍາກາດຂອງກອງປະຊຸມ (ພາບ: Dương Giang/TTXVN)
ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ນະຄອນ ເກີ່ນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບການນຳບັນດາແຂວງ, ນະຄອນ ກ່ຽວກັບສະພາບການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມ ແລະ ແຜນຮ່າງພັດທະນາເຂດປູກເຂົ້າ 1 ລ້ານເຮັກຕາ ທີ່ບັນລຸຄຸນນະພາບສູງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ນີ້ແມ່ນການປະຕິບັດງານຄັ້ງທຳອິດ, ກອງປະຊຸມທຳອິດຂອງທ່ານນາຍົກລັດຖະມົນຕີ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັບແຕ່ເມື່ອສັບຊ້ອນຄືນບັນດາແຂວງ, ນະຄອນ ແລະ ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແຕ່ວັນທີ 01 ກໍລະກົດ 2025 ເປັນຕົ້ນໄປ.
ກອງປະຊຸມໄດ້ດຳເນີນເພື່ອຕີລາຄາສະພາບການປະຕິບັດບັນດາເນື້ອໃນສຳຄັນ, ລວມມີ: ການຈັດຕັ້ງເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ສຳຫຼວດກວດຄືນການຜັນຂະຫຍາຍບັນດາໂຄງການຄົມມະນາຄົມ, ພື້ນຖານໂຄງລ່າງສຳຄັນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ການຜັນຂະຫຍາຍປະຕິບັດບັນດາແຜນຜັງ, ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ກອງປະຊຸມ APEC 2027, ລະບົບເສັ້ນທາງຄວາມໄວສູງໃນເຂດ, ພັດທະນາຄົມມະນາຄົມທາງນ້ຳພາຍໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກອງປະຊຸມກໍສຳຫຼວດຄືນການຜັນຂະຫຍາຍແຜນຮ່າງພັດທະນາການປູກເຂົ້ານາ 1 ເຮັກຕາ ທີ່ມີຄຸນນະພາບສູງ, ການປ່ອຍອາຍພິດກາກບອນຕ່ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາທ້ອງຖິ່ນໃນເຂດ ມານະພະຍາຍາມສູ້ຊົນ, ປະຕິບັດບັນດາໜ້າທີ່, ມາດຕະການ ພ້ອມກັບທົ່ວປະເທດປະຕິບັດໃຫ້ບັນລຸເປົ້າໝາຍເຕີບໂຕ 8% ຂຶ້ນໄປໃນປີ 2025, ສ້າງທ່ວງທ່າໃຫ້ແກ່ການເຕີບໂຕບັນລຸ 2 ຕົວເລກໃນຊຸມປີຕໍ່ໄປ.
ໂດຍໄດ້ຊີ້ແຈ້ງບັນດາໝວດໜ້າທີ່, ມາດຕະການແກ້ໄຂກ່ຽວຂ້ອງເຖິງການຜັນຂະຫຍາຍອຳນາດການປົກຄອງ 2 ຂັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນສືບຕໍ່ດຳເນີນຈັດຕັ້ງ, ການເຄື່ອນໄຫວຂອງອຳນາດການປົກຄອງບໍລິຫານ 2 ຂັ້ນ ຮັບປະກັນໃຫ້ລຸລ່ວງ; ແກ້ໄຂບັນດາລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.
ກ່ຽວກັບບັນດາໂຄງການຈຸດສຸມແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງຈິດໃຈແມ່ນທົ່ວລະບົບການເມືອງຕ້ອງເຂົ້າຮ່ວມ, ການນຳຕ້ອງກວດກາ, ກະຕຸກຊຸກຍູ້ເປັນປະຈຳ, ອຳນາດການປົກຄອງແກ້ໄຂບັນດາຂໍ້ຕິດຄັດດ້ານນິຕິກຳ; ກະກຽມທຸກເງື່ອນໄຂເພື່ອກໍ່ສ້າງກິດຈະກຳສຳເລັດໃນວັນທີ 19 ທັນວາ 2025.
ກ່ຽວກັບແຜນການເຂົ້າສານ 1 ລ້ານເຮັກຕາ, ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງການວາງແຜນທີ່ກ່ຽວຂ້ອງໃຫ້ສຳເລັດໃນໄຕມາດທີ 3 ປີ 2025; ສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ, ພັດທະນາເຄື່ອງໝາຍການຄ້າໃໝ່ຕື່ມອີກ, ພ້ອມກັບບັນດາເຄື່ອງໝາຍການຄ້າທີ່ມີຢູ່ແລ້ວຄື ST25.
ກ່ຽວກັບບາງໂຄງການ, ກິດຈະກຳຈຸດສຸມອື່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກິດຈະກຳຮັບໃຊ້ APEC ຢູ່ ຝູກວັກ ຕ້ອງກໍ່ສ້າງໄວ, ເໝາະສົມກັບພື້ນຖານວັດທະນະທຳ ແລະ ທີ່ຕັ້ງ, ບົດບາດຂອງປະເທດຊາດ, ພູມປັນຍາຂອງຊາວ ຫວຽດນາມ