ໃນ 6 ເດືອນຕົ້ນປີ 2026, ອັດຕາຄວາມໄວໃນການເຕີບໂຕ GRDP ຂອງແຂວງບັນລຸ 7,72% ສູງທີ່ສຸດໃນ 5 ປີຜ່ານມາ, ຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນມີການເຄື່ອນໄຫວເປັນປົກກະຕິ, ລຸລ່ວງໂດຍພື້ນຖານ.
ທ່ານເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VNA)
ຕອນບ່າຍວັນທີ 15 ກໍລະກົດ ຢູ່ວີຊວຽນ, ທ່ານເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ຕວຽນກວາງ ກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ເປົ້າໝາຍການເຕີບໂຕສອງຕົວເລກ, ການປ່ອຍເງິນລົງທຶນສາທາລະນະ; ການເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນສອງຂັ້ນ.
ໃນ 6 ເດືອນຕົ້ນປີ 2026, ອັດຕາຄວາມໄວໃນການເຕີບໂຕ GRDP ຂອງແຂວງບັນລຸ 7,72% ສູງທີ່ສຸດໃນ 5 ປີຜ່ານມາ, ຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນມີການເຄື່ອນໄຫວເປັນປົກກະຕິ, ລຸລ່ວງໂດຍພື້ນຖານ. ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດມີການປັບປຸງດີຂຶ້ນໃນເບື້ອງຕົ້ນ.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລມິງຮຶງ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງຕ້ອງປະຕິບັດບັນດາໜ້າທີ່, ມາດຕະການຊຸກຍູ້ການເຕີບໂຕໃນ 6 ເດືອນທ້າຍປີຢ່າງຂ້ຽວຂາດ. ການນຳແຂວງຕ້ອງຕິດຕາມຢ່າງໃກ້ຊິດ, ຊຸກຍູ້ການປະຕິບັດ, ແກ້ໄຂຂໍ້ຫຍຸ້ງຍາກ, ສິ່ງຕິດຂັດໃນບັນດາຂົງເຂດຢ່າງທັນການ; ສຳຫຼວດກວດຄືນ, ອັບເດັດກໍລະນີເຕີບໂຕຕາມແຕ່ລະໄຕມາດ, ມອບໜ້າທີ່ລະອຽດໃຫ້ແກ່ແຕ່ລະກຸ່ມຂະແໜງຕາມແຕ່ລະເດືອນ, ຮັບຮູ້ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນຊຸມເດືອນທ້າຍປີຢ່າງສຸດຂີດ, ເປັນຕົ້ນແມ່ນສຳລັບອຸດສາຫະກຳປຸງແຕ່ງ, ຜະລິດ, ກະສິກຳ - ປ່າໄມ້ເປັນສິນຄ້າ, ການຄ້າ, ການບໍລິການ, ການທ່ອງທ່ຽວ, ເສດຖະກິດດ່ານຊາຍແດນ, logistics…
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຖືວ່າ ແຂວງຕວຽນກວາງ ຕ້ອງສຸມໃສ່ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ສູ້ຊົນບັນລຸ 100% ໃນທ້າຍປີ 2026, ຮີບດ່ວນປະຕິບັດສຳເລັດໜການມອບແຜນການລົງທຶນສາທາລະນະໄລຍະກາງ ໄລຍະ 2026 - 2030.