ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມນຳໂຮງໝໍມິດຕະພາບ ຫວຽດດຶກ ສາຂາ ນິງບິ່ງ ເຂົ້າເຄື່ອນໄຫວ

ວຽກງານສົ່ງເສີມ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ ບໍ່ພຽງແຕ່ແມ່ນນະໂຍບາຍຮັບປະກັນຊີວິດສັງຄົມເທົ່ານັ້ນ, ຫາກຍັງແມ່ນພື້ນຖານສຳຄັນໃຫ້ແກ່ການພັດທະນາ.
  ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມນຳໂຮງໝໍມິດຕະພາບ ຫວຽດດຶກ ສາຂາ ນິງບິ່ງ (ພາບ: VNA)  

ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະ​ພາບ​ດ້ານ​ວິ​ຊາ​ສະ​ເພາະ, ຖື​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ຄົ​ນ​ເຈັບ​ເປັນ​ເປົ້າ​ໝາຍ, ຖື​ເອົາ​ການ​ຄຸ້ມ​ຄອງ​ທີ່​ກ້າວ​ໜ້າ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ. ນັ້ນ​ແມ່ນຄຳ​ຮຽກ​ຮ້​ອງ​ຂອງ​ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ທີ່​ພິ​ທີ​ເລີ່ມນຳ​ໂຮງ​ໝໍມິດ​ຕະ​ພາບ ຫວຽດ​ດຶກ ສາ​ຂາ ນິງ​ບິ່ງ ​ເຂົ້າ​ເຄື່ອນ​ໄຫວ ແລະ ຢ້ຽມ​ຢາມ​ໂຮງ​ໝໍ ແບັກ​ມາຍ ສາ​ຂາ ນິງ​ບິ່ງ, ໃນ​ຕ​ອນ​ບ່າຍ​ວັນ​ທີ 09 ກໍ​ລະ​ກົດ​.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັ​ກວ່າ ວຽກ​ງານ​ສົ່ງ​ເສີມ ແລະ ຍົກ​ສູງ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ ບໍ່​ພຽງ​ແຕ່​ແມ່ນ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ.

“ເລື່ອງ​ບັນ​ດາ​ໂຮງ​ໝໍ ຫວຽດ​ດຶ​ກ ແລະ ແບັກ​ມາຍ ສາ​ຂາ ນິງ​ບິ່ງ ໄດ້​ເລີ່ມ​ເຄື່ອ​ນ​ໄຫວ​ຢ່າງ​ເປັນ​ທາງ​ການ ແມ່ນ​ບາດ​ກ້າວ​ລະ​ອ​ຽດ​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ການກວດ, ປິ່ນ​ປົວ​ພະ​ຍາດ​ຄືນ​ໃໝ່ ຕາມ​ທິດ​ທັນ​ສະ​ໄໝ, ພ້ອມ​ກັນ​ນັ້ນ, ກໍ່ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​​ໄດ​້​ເຂົ້າ​ເຖິງ​ບັນ​ດາ​ການ​ບໍ​ລິ​ການ​ເຕັກ​ນິກ​ສູງ ດ້ວຍ​ເວ​ລາ​ໄວກວ່າ, ລາຍ​ຈ່າຍ​ເໝາະ​ສົມ​ກວ່າ ແລະ ຄຸນ​ນະ​ພາບ​ການ​ປິ່ນ​ປົວ​ກໍ່ນັບ​ມື້​ນັບ​ດີກວ່າ ຖື​ກ​ຕາມ​ແຜນ​ນະ​ໂຍ​ບາຍ, ທັດ​ສະ​ນະ​ຂອງ​ພັກ, ລັດ ຫວຽດ​ນາມ”.

ເພື່ອ​ໃຫ້​ໂຮງ​ໝໍມິດ​ຕະ​ພາບ ຫວຽດ​ດຶກ ແລະ ໂຮງ​ໝໍ ແບັກ​ມາຍ ສາ​ຂາ ນິງ​ບິ່ງ ເຄື່ອນ​ໄຫວ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ສືບ​ຕໍ່​ສ້າງ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ໃຫ້​ສຳ​ເລັດ ເພື່ອ​ພັດ​ທະ​ນາ​ເຄືອ​ຂ່າຍ​ການກວດ, ປີ່ນ​ປົວ​ພະ​ຍາດ​ຕ​າມ​ທິດ​ທັນ​ສະ​ໄໝ, ຄົບ​ຊຸດ ແລະ ມີ​ປະ​ສິດ​ທິ​ຜົນ.


top