ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ສັງເກດຫາຈຸດອຸດຕັນເພື່ອໃຫ້ ຮ່າໂນ້ຍ ເຕີບໂຕ 2 ຕົວເລກ

ຕອນບ່າຍວັນທີ 11 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳພັກນະຄອນ ຮ່າໂນ້ຍ ກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ເປົ້າໝາຍເຕີບໂຕ 2 ຕົວເລກ ແລະ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ໂຄງການທີ່ຄ້າງຄາຂອງນະຄອນ.
  (ທ່ານນາຍົກລັດຖະມົນຕີ ເລມິນຮຶງ, ກ່າວຄຳເຫັນທີ່ການເຮັດວຽກ)  
ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານໄດ້ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຜັນ​ຂ​ະ​ຫຍາຍ​ເປົ້າ​ໝາຍ​ເຕີບ​ໂຕ 2 ຕົວ​ເລກ​ຢູ່​ບັນ​ດາ​ທ້ອງ​ຖິ່ນ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ຂົ້ວ​ເຕີບ​ໂຕ​ໃຫ​ຍ່​ຂອງ​ທົ່ວ​ປະ​ເທດ, ຄື: ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈີ​ມິນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້​ນ​ໜັກ​ວ່າ ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ສັງ​ເກດຫາໃຫ້​ຖືກ​​ບັນ​ດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ຂໍ້​ຈຳ​ກັດ, ບັນ​ດາ​ຈຸດ​ອຸ​ດ​ຕັນ​ທີ່​ພວມ​ກີດ​ຂວາງ​ການ​ເຕີບ​ໂຕ; ພ້ອມ​ກັນ​ນັ້ນ, ກໍຕ້ອງ​ພິ​ຈາ​ລະ​ນາ​ລະ​ອ​ຽດ​ບັນ​ດາ​ມາດ​ຕະ​ການ​ທີ່ ຮ່າ​ໂນ້ຍ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ​ເພື່ອ​ແກ​້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ຕິດ​ຂັດ. ບົນ​ພື້ນ​ຖານນັ້ນ, ລັດ​ຖະ​ບານ​ຈະ​ພ້ອ​ມ​ກັບ​ນະ​ຄອນ​ຄົ້ນ​ຄວ້າ, ແກ້​ໄຂ​ບັນ​ດາ​ຂໍ້​ສະ​ເໜີ​ແນະ, ສະ​ເໜີ​ໃນ​ສິດ​ອຳ​ນາດ​ຂອງ​ສູນ​ກາງ, ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ.

top