ວັນທີ 23 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ.
ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ມີປະສິດທິຜົນ, ແທດຈິງກວ່າ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ບົນພື້ນຖານເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດໃຫ້ແທດຈິງກວ່າ; ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍບັນດາໝວດໜ້າທີ່ໃນແຜນການກະທຳປະຕິບັດເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງ 150 ຕື້ USD ຕາມທິດດຸ່ນດ່ຽງກວ່າໃນປີ 2030; ສືບຕໍ່ເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າຂອງ 2 ປະເທດ; ຊຸກຍູ້ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ…
ທ່ານປະທານາທິບໍດີ Lee Jae Myung ຢືນຢັນວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ບົນເສັ້ນທາງຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ, ນຳ ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝເມື່ອຮອດປີ 2030, ແລະ ກາຍເປັນປະເທດພັດທະນາ, ມີລາຍຮັບສູງເມື່ອຮອດປີ 2045.