ຂ່າວສານ ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ 11/09/2026 ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່. ທ່ານນາຍົກລັດຖະມົນຕີ ເລມິນຮຶງ. (ພາບ: VNA)ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຢືນຢັນວ່າ ນ້ຳມັນເຊື້ອໄຟເປັນສິນຄ້າຍຸດທະສາດ ແລະ ຈຳເປັນ, ເປັນສົ້ນເຂົ້າຂອງພື້ນຖານເສດຖະກິດ, ສົ່ງຜົນກະທົບໂດຍກົງ ຕໍ່ການຜະລິດ, ການດຳເນີນທຸລະກິດ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ການສ້າງດຳລັດສະບັບໃໝ່ກ່ຽວກັບການດຳເນີນທຸລະກິດດ້ານນ້ຳມັນເຊື້ອໄຟ ຕ້ອງແກ້ໄຂຂໍ້ບົກຜ່ອງຂອງກົນໄກທີ່ພວມປະກາດໃຊ້ໃນປະຈຸບັນໂດຍພື້ນຖານ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ການສະໜອງໃນທຸກສະຖານະການ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງໃຫ້ກະຊວງອຸດສາຫະກຳການຄ້າ ສ້າງສຳເລັດຮ່າງດຳລັດດັ່ງກ່າວໃຫ້ສົມບູນແບບຢ່າງຮີບດ່ວນ ແລະ ຍື່ນສະເໜີເພື່ອປະກາດໃຊ້ໂດຍໄວທີ່ສຸດ, ຊ້າສຸດແມ່ນໃນຕົ້ນເດືອນຕຸລາ 2026.

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່. ທ່ານນາຍົກລັດຖະມົນຕີ ເລມິນຮຶງ. (ພາບ: VNA)ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຢືນຢັນວ່າ ນ້ຳມັນເຊື້ອໄຟເປັນສິນຄ້າຍຸດທະສາດ ແລະ ຈຳເປັນ, ເປັນສົ້ນເຂົ້າຂອງພື້ນຖານເສດຖະກິດ, ສົ່ງຜົນກະທົບໂດຍກົງ ຕໍ່ການຜະລິດ, ການດຳເນີນທຸລະກິດ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ການສ້າງດຳລັດສະບັບໃໝ່ກ່ຽວກັບການດຳເນີນທຸລະກິດດ້ານນ້ຳມັນເຊື້ອໄຟ ຕ້ອງແກ້ໄຂຂໍ້ບົກຜ່ອງຂອງກົນໄກທີ່ພວມປະກາດໃຊ້ໃນປະຈຸບັນໂດຍພື້ນຖານ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ການສະໜອງໃນທຸກສະຖານະການ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງໃຫ້ກະຊວງອຸດສາຫະກຳການຄ້າ ສ້າງສຳເລັດຮ່າງດຳລັດດັ່ງກ່າວໃຫ້ສົມບູນແບບຢ່າງຮີບດ່ວນ ແລະ ຍື່ນສະເໜີເພື່ອປະກາດໃຊ້ໂດຍໄວທີ່ສຸດ, ຊ້າສຸດແມ່ນໃນຕົ້ນເດືອນຕຸລາ 2026.