ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິງຮືງ ສິ້ນສຸດການໄປປະຕິບັດງານຢູ່ ອິນເດຍ, ເຂົ້າຮ່ວມກອງປະຊຸມສຸດຍອດ BRICS 18

ຕອນ​ຄ່ຳ​ວັນ​ທີ 13 ກັນ​ຍາ (ຕາມ​ເວລາ ຫວຽດ​ນາມ​), ທ່ານ​ ເລ​ມິງ​ຮືງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນທາງມາ​ຮອດ​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບ່າຍ (ຮ່າ​ໂນ້ຍ​), ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ບັນ​ດາ​ພື້ນ​ຖານ​ເສດ​ຖະກິດຫາ​ກໍ່​ພົ້ນ​ເດັ່ນ (BRICS) ຄັ້ງ​ທີ 18 ແລະ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ອິນ​ເດຍ ຢ່າງ​ຈົບ​ງາມ​.
ທ່ານນາຍົກລັດຖະມົນຕີ ເລມິງຮືງ ສິ້ນສຸດການໄປປະຕິບັດງານຢູ່ ອິນເດຍ, ເຂົ້າຮ່ວມກອງປະຊຸມສຸດຍອດ BRICS 18 (ພາບ: VNA)

​ທີ່​ກອງ​ປະ​ຊຸມ​ສຸດ​ຍອດ BRICS ຄັ້ງ​ທີ 18, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮືງ ໄດ້ມີ​ບົດກ່າວປາໄສທີ່​ສຳ​ຄັນ​, ສຸມ​ເຂົ້າ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​. ບັນ​ດາ​ເນື້ອ​ໃນ​ນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ພິ​ເສດ​ຈາກ​ປະ​ເທດ​ເຈົ້າ​ພາບ ອິນ​ເດຍ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ BRICS. ບັນ​ດາ​ປະ​ເທດ​ສະ​ມາ​ຊິກ BRICS ຕີ​ລາ​ຄາ​ສູງ​ການ​ເຂົ້າ​ຮ່ວມຢ່າງ​ຕັ້ງ​ໜ້າ ພ້ອມ​ກັບ​ບັນ​ດາ​ການ​ປະ​ກອບ​ສ່ວນທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ​. ທ່ານ​ Nerandra Modi ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ຢັ້ງ​ຢືນ​ການ​ເຂົ້າ​ຮ່ວມ ແລະ ບົດກ່າວ​ຄຳ​ເຫັນ​ຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮືງ ໄດ້​ປະ​ກອບ​ສ່ວນຍົກ​ລະ​ດັບ​ໃຫ້ BRICS.

ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້​, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮືງ ກໍ່​ມີ​ການ​ໂອ້ລົມເຈລະ​ຈາ​ຂັ້ນ​ສູງ​ສອງ​ຝ່າຍ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Nerandra Modi. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ບັນ​ດາ​ທິດ​ທາງ​, ມາດ​ຕະ​ການ​ລະ​ອຽດ ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ​. ຄຽງ​ຄູ່​ກັນ​ນັ້ນ​, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ກໍ່ໄດ້​ດຳ​ເນີນ​ບັນ​ດາ​ການ​ພົບ​ປະ​ຂັ້ນ​ສູງກັບ​ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ຄູ່​ຮ່ວມ​ມື​ຂອງ BRICS, ບັນ​ດາ​ຫົວ​ໜ້າ​ຄະ​ນະ​, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ຫຼາຍ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ຂອງ ອິນ​ເດຍ ອີກ​ດ້ວຍ​.

​ການ​ໄປ​ປະ​ຕິ​ບັດ​ງານ​ແມ່ນ​ບາດ​ກ້າວ​ຜັນ​ຂະ​ຫຍາຍທີ່​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນໃນ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ກອງ​ປະ​ຊຸມ ໃຫຍ່​ຄັ້ງ​ທີ XIV, ສຸມ​ໃສ່​ຍົກ​ລະ​ດັບ​ການ​ເຂ​ົ້​າ​ຮ່ວມ​ຂອງ ຫວຽດ​ນາມ ຢູ່​ບັນ​ດາ​ລະ​ບອບ​ຫຼາຍ​ຝ່າຍ​.


top