ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ JICA ຄົ້ນຄວ້າການກຳນົດທິດຮ່ວມມືໜູນຊ່ວຍພັດທະນາທາງການ (ODA) ໃນໄລຍະຈະມາເຖິງ
ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Tanaka Akihiko, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ JICA ຄົ້ນຄວ້າການກຳນົດທິດຮ່ວມມືໜູນຊ່ວຍພັດທະນາທາງການ (ODA) ໃນໄລຍະຈະມາເຖິງ, ຄື: ໜູນຊ່ວຍ ຫວຽດນາມ ປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ, ໃຫ້ບຸລິມະສິດຈຸດສຸມເຂົ້າໃນການພັດທະນາວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ເຕັກໂນໂລຊີ; ສະໜອງບັນດາບ້ວງເງິນກູ້ຢືມ ODA ລຸ້ນໃໝ່ໃຫ້ ຫວຽດນາມ ດ້ວຍເງື່ອນໄຂໃຫ້ກູ້ຢືມບຸລິມະສິດກວ່າ, ລະບຽບການມີຄວາມໄຫວພິບກວ່າ.
ສ່ວນທ່ານປະທານ Tanaka Akihiko, ໃຫ້ຮູ້ວ່າ JICA ໄດ້ສະເໜີບັນດາການກຳນົດທິດໃໝ່ໃນການຮ່ວມມື ODA ກັບ ຫວຽດນາມ ໃນໄລຍະຈະມາເຖິງ, ຄື: ການພັດທະນາແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ; ພັດທະນາຂະແໜງອຸດສາຫະກຳ ແລະ ລະບົບສະໜອງ; ສ້າງລະບອບລະບຽບການ, ແຜນນນະໂຍບາຍ ແລະ ການພັດທະນາພື້ນຖານໂຄງລ່າງໃຫ້ສົມບູນແບບ.