ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ສິ້ນສຸດການ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນເຈລະຈາ ອາຊຽນ - ສ.ເກົາຫຼີ, ກອງປະຊຸມຂັ້ນສູງ ແມ່ນ້ຳຂອງ - ສ.ເກົາຫຼີຄັ້ງທີ 1 ຕາມຄຳເຊື້ອເຊີນຂອງ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ
(ພາບ: VGP)
      ຕອນຄ່ຳວັນທີ 28 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບເມືອ ຮ່າໂນ້ຍ, ສິ້ນສຸດການ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນເຈລະຈາ ອາຊຽນ - ສ.ເກົາຫຼີ, ກອງປະຊຸມຂັ້ນສູງ ແມ່ນ້ຳຂອງ - ສ.ເກົາຫຼີຄັ້ງທີ 1 ຕາມຄຳເຊື້ອເຊີນຂອງ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ຢ່າງຈົບງາມ.
        ກ່ອນໜ້ານັ້ນ, ໃນວັນທີ 27 ພະຈິກ, ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ Lee Nak-Yeon ນາຍົກລັດຖະມົນຕີ ສ.ເກົາຫຼີ, ພົບປະເຈລະຈາກັບທ່ານ Moon Hee- sang ປະທານສະພາແຫ່ງຊາດ ແລະ ພົບປະກັບການນຳບາງທ່ານຂອງກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)
 


top