ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ຣູມານີ ຢ່າງເປັນທາງການ

      ຕອນເຊົ້າວັນທີ 14 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຮອດນະຄອນຫລວງ Bucharest ຂອງປະເທດ ຣູມານີ
            ເລີ່ມຕົ້ນການຢ້ຽມຢາມ ຣູມານີ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຣູມານີ Viorica Dancila.
        ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Viorica Dancila, ເຂົ້າຮ່ວມພິທີລົງນາມໃນເອກະສານຮ່ວມມືບາງສະບັບ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຣູມານີ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Prahova, ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣູມານີ.
 (ແຫຼ່ງຄັດຈາກ VOV)

top