ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ສະຫຼຸບວຽກງານຂົນຂວາຍປະຊາຊົນໃນທົ່ວປະເທດປີ 2018

      ຂົນຂວາຍປະຊາຊົນແມ່ນເຮັດໃຫ້ປະຊາຊົນເຊື່ອ
ແມ່ນຕ້ອງເຮັດໃຫ້ປະຊາຊົນມີຊີວິດຢ່າງອີ່ມໜໍາສໍາລານ, ສົມບູນພູນສຸກ...
            ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມ ສະຫຼຸບວຽກງານຂົນຂວາຍປະຊາຊົນໃນທົ່ວປະເທດ ແລະ ຕີລາຄາຜົນການປະຕິບັດ “ປີຂົນຂວາຍປະຊາຊົນຂອງອໍານາດການປົກຄອງ” ປີ 2018, ຜັນຂະຫຍາຍໜ້າທີປີ 2019, ໂດຍຄະນະຂົນຂວາຍປະຊາຊົນສູນກາງ ແລະ ຄະນະບໍລິຫານງານອົງຄະນະພັກລັດຖະບານຈັດຕັ້ງ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່່າວຄໍາເຫັນທີ່ກອງປະຊຸມ (ພາບ: vov)
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ ຍູ້ແຮງວຽກງານໂຄສະນາສຶກສາຖັນແຖວພະນັກງານລັດຖະກອນ, ພາລະກອນ ເພື່ອແນໃສ່ປ່ຽນແປງກ່ຽວກັບຄວາມຮັບຮູູ້ ແລະ ການກະທໍາຂອງທັງລະບົບການເມືອງ, ໂດຍສະເພາະແມ່ນຜູ້ເປັນຫົວໜ້າ. ນີ້ແມ່ນບັນຫາສໍາຄັນ ເພື່ອປະຕິບັດຄໍາຂວັນຂອງປີຂົນຂວາຍປະຊາຊົນຂອງອໍານາດການປົກຄອງ 2019 ແມ່ນ “ລະບຽບວິໄນ, ສັດຊື່ບໍລິສຸດ, ມີກະທໍາ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ບຸກທະລຸ” ໃຫ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
        ຂົນຂວາຍປະຊາຊົນແມ່ນເຮັດໃຫ້ປະຊາຊົນເຊື່ອ       ແມ່ນຕ້ອງເຮັດໃຫ້ປະຊາຊົນມີຊີວິດຢ່າງອີ່ມໜໍາສໍາລານ, ສົມບູນພູນສຸກ. ບັນດາການກະທໍາທີ່ແທດຈິງນັ້ນ ຕ້ອງໄດ້ເຮັດແຈ້ງ. ສືບຕໍ່ຍູ້ແຮງການປະຕິຮູບການບໍລິຫານ ຕິດພັນກັບການຫຼຸດຜ່ອນລັດຖະກອນ, ສັບຊ້ອນບູລະນະກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານລັດຖະກອນ, ພາລະກອນ, ໃນນັ້ນຍົກສູງລະບອບກົດໝາຍ, ປະສິດທິຜົນໃນການຄຸ້ມຄອງລັດ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ເພື່ອເສີມຂະຫຍາຍກໍາລັງແຮງຂອງຊາດ ໃນພາລະກິດແຫ່ງການສ້າງສາປະເທດຊາດ”.
 (ແຫຼ່ງຄັດຈາກ VOV)
 


top