ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າກົມພັດທະນາການຄ້າ ແລະ ເສດຖະກິດ ຮົ່ງກົງ (ຈີນ)

      ຕອນບ່າຍວັນທີ 22 ມີນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຈຽວເທິ໋ງຄ໋ວາ ຫົວໜ້າກົມພັດທະນາການຄ້າ ແລະ ເສດຖະກິດ ຮົ່ງກົງ (ຈີນ).

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຈຽວເທິ໋ງຄ໋ວາ
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມປິຕິຊົມຊື່ນເມື່ອຮັບຮູ້ການພົວພັນດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ 2 ຝ່າຍພັດທະນາອັນດີງາມທີ່ສຸດ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ: ຫວຽດນາມ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຮົ່ງກົງ (ຈີນ) ທຳມາຫາກິນປະສົບຜົນສຳເລັດຢູ່ ຫວຽດນາມ. ດ້ວຍຄວາມສາມາດບົ່ມຊ້ອນໃນການພົວພັນລະຫວ່າງ 2 ຝ່າຍ, ຫວຽດນາມ ຫວັງວ່າ ວົງເງິນການຄ້າ 2 ຝ່າຍຈະເຕີບໂຕຢ່າງແຮງໃນໄລຍະຈະມາເຖິງ.
        ສ່ວນທ່ານ ຈຽວເທິ໋ງຄ໋ວາ ຊີ້ແຈ້ງວ່າ: ຄະນະປະຕິບັດງານມາ ຫວຽດນາມ ໃນຄັ້ງນີ້ ມີວິສາຫະກິດເປັນຈຳນວນຫລວງຫລາຍ ເພື່ອຊອກຮູ້ກາລະໂອກາດລົງທຶນເຂົ້າ ຫວຽດນາມ, ຊຸກຍູ້ການຮ່ວມມືດ້ານການຄ້າຂຶ້ນສູ່ລະດັບສູງໃໝ່. ຮົ່ງກົງ (ຈີນ) ປາດຖະໜາວ່າ ຈະສວມບົດບາດສຳຄັນໃຫຍ່ກ່ວາອີກ, ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ຍ້ອນວ່າ ຫວຽດນາມ ພວມພັດທະນາຢ່າງແຮງຢູ່ ອາຊີ.
 (ແຫຼ່ງຄັດຈາກ VOV)

top