ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາຜູ້ສ້າງຕັ້ງບໍລິສັດ Gulf Energy, ໄທ

ຕອນບ່າຍວັນທີ 14 ສິງຫາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Sarath Ratanavadi, ຜູ້ສ້າງຕັ້ງພ້ອມທັງເປັນຜູ້ອໍານວຍການບໍລິສັດ Gulf Energy  Development ຂອງໄທ. 


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Sarath Ratanavadi
ຜູ້ອໍານວຍການບໍລິສັດ Gulf Energy  Development ຂອງໄທ.  

(ພາບ:chinhphu.vn)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ດ້ວຍລະດັບການເຕີບໂຕເສດຖະກິດຄືໃນປັດຈຸບັນ, ຫວຽດນາມຈະຕ້ອງການມີແຫຼ່ງພະລັງງານອັນໃຫຍ່ຫຼວງໃນອະນາຄົດ. ດັ່ງນັ່່ນ, ຫວຽດນາມສົ່ງເສີມບັນດານັກລົງທຶນໃນຂົງເຂດພະລັງງານ, ໂດຍສະເພາະແມ່ນພະລັງງານຜະລິດຄືນໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍ ບໍລິສັດ Gulf Energy  Development ລົງທຶນເຂົ້າໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ ເປັນຕົ້ນແມ່ນ ໄຟຟ້າໃຊ້ພະລັງແສງອາທິດ. ພ້ອມທັງໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ບຸລິມະສິດບັນດາໂຄງການພະລັງງານໄຟຟ້າຜະລິດຄືນໃໝ່ ແຕ່ບໍ່ສົ່ງເສີມໄຟຟ້າໃຊ້ພະລັງຄວາມຮ້ອນຈາກຖ່ານຫີນ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທາງບໍລິສັດຈະສຶກສາຄົ້ນຄວ້າ ແລະ ສືບຕໍ່ຍູ້ແຮງການລົງທຶນເຂົ້າໃນຂົງເຂດດັ່ງກ່າວຢູ່ຫວຽດນາມໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)



top