ໃນຂອບເຂດເຂົ້າຮ່ວມ ກອງປະຊຸມສຸດຍອດ ຍຸດທະສາດກ່ຽວກັບການຮ່ວມມື ດ້ານເສດຖະກິດ ແມ່ນ້ຳເຢຢາວາດິີ - ແມ່ນໍ້າເຈົ້າພະຍາ - ແມ່ນ້ຳຂອງ ຄັ້ງທີ 8 (ACMECS) ແລະກອງປະຊຸມສຸດຍອດການຮ່ວມມືລະຫວ່າງກໍຳປູເຈຍ, ລາວ, ມຽນມາ ແລະຫວຽດນາມ ຄັ້ງທີ 8 (CLMV) ທີ່ນະຄອນຫຼວງບາງກອກ, ປະເທດໄທ, ວັນທີ 16 ມິຖຸນາ 2018, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຮັດວຽກກັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ Samdech Techo Hunsen, ພົບປະສອງຝ່າຍກັບທ່ານປະທານາທິບໍດີມຽນມາ U Uyn Min ແລະ ທ່ານ Jim Jok Hoi ເລຂາທິການໃຫຍ່ປະຊາຄົມອາຊຽນ.
ທີ່ການພົບປະກັບທ່ານປະທານາທິບໍດີມຽນມາ U Uyn Min, ການນຳສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ການພັດທະນາການພົວພັນສອງຝ່າຍໃນໄລຍະຜ່ານມາ ແລະ ເນັ້ນໜັກເຖິງເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ມຽນມາ ອັນໄດ້ເປີດໜ້າປະຫວັດສາດແຫ່ງການຮ່ວມມືໃໝ່ໃຫ້ແກ່ສອງປະເທດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍກັບທ່ານປະທານາທິບໍດີມຽນມາ U Uyn Min
(ພາບ: VGP/Quang Hieu)
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ມຽນມາ ຈົ່ງສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມເຂົ້າມາລົງທຶນ, ດຳເນີນທຸລະກິດ, ໂດຍສະເພາະແມ່ນໃນຂົງເຂດຄົມມະນາຄົມ, ການເງິນ - ທະນາຄານ, ອະສັງຫາລິມະຊັບ ແລະ ອື່ນໆ. ສອງຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດອາຊຽນ ແລະ ບັນດາກົນໄກຮ່ວມມືຢູ່ອະນຸພາກພື້ນ, ໃນນັ້ນມີ ACMECS, ພ້ອມກັນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ທ່ານເລຂາທິການໃຫຍ່ປະຊາຄົມອາຊຽນ Jim Jok Hoi
(ພາບ: VGP/Quang Hieu)
ກ່ຽວກັບການທ່ານເລຂາທິການໃຫຍ່ປະຊາຄົມອາຊຽນ Jim Jok Hoi, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຕໍ່ບົດບາດຂອງຄະນະເລຂາປະຊາຄົມອາຊຽນ ໃນການໜູນຊ່ວຍໃນການຮ່ວມມືກັບກຸ່ມປະເທດ CLMV ເພື່ອແນໃສ່ຮັດແຄບຄວາມແຕກໂຕ່ນໃນການພັດທະນາໃນກຸ່ມອາຊຽນ, ສະເໜີໃຫ້ນຳກຸ່ມບັນດາປະເທດ CLMV ເຂົ້າຮ່ວມກົນໄກຮ່ວມມືລວມຂອງອາຊຽນກັບບັນດາຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງສາກົນ. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ CLMV. ທ່ານ Jim Jok Hoi ເລຂາທິການໃຫຍ່ປະຊາຄົມອາຊຽນ ໃຫ້ຮູ້ວ່າ ອາຊຽນໄດ້ສະຫງວນ ຈຳນວນເງິນ 10 ລ້ານ USD ເພື່ອໜູນຊ່ວຍໂຄງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ບັນດາປະເທດ CLMV, ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ການນຳບັນດາປະເທດອາຊຽນ ເພີ່ມທະວີການປະກອບສ່ວນທາງດ້ານການເງິນ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ກຸ່ມອາຊຽນ.
ແລະ ຕອນຄ່ຳຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຫວຽດນາມ ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມ ກອງປະຊຸມສຸດຍອດ ACMECS 8 ແລະ CLMV 9 ຢ່າງຈົບງາມ.
(ແຫຼ່ງຄັດຈາກ VOV)