ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບບັນດາກຸ່ມບໍລິສັດໃຫຍ່ຂອງ ຈີນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິນຈິງ ມີການເຮັດວຽກກັບບັນດາກຸ່ມບໍລິສັດແຖວໜ້າຂອງ ຈີນ ໃນຂົງເຂດພັດທະນາພື້ນຖານໂຄງລ່າງ, ການເງິນ, ການຄ້າ, ການລົງທຶນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິນຈິງ ມີການເຮັດວຽກກັບບັນດາກຸ່ມບໍລິສັດແຖວໜ້າຂອງ ຈີນ ໃນຂົງເຂດພັດທະນາພື້ນຖານໂຄງລ່າງ, ການເງິນ, ການຄ້າ, ການລົງທຶນ.

ໃນລາຍການເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ (WEF 16 ແທນຈີນ) ແລະ ເຮັດວຽກຢູ່ ຈີນ, ຕອນບ່າຍວັນທີ 24 ມິຖຸນາ, ຢູ່ນະຄອນ ທຽນຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິນຈິງ ມີການເຮັດວຽກກັບບັນດາກຸ່ມບໍລິສັດແຖວໜ້າຂອງ ຈີນ ໃນຂົງເຂດພັດທະນາພື້ນຖານໂຄງລ່າງ, ການເງິນ, ການຄ້າ, ການລົງທຶນ.

ທີ່ການເຮັດວຽກກັບການນຳກຸ່ມບໍລິສັດກໍ່ສ້າງຄົມມະນາຄົມ ຈີນ (CCCC), ການນຳກຸ່ມບໍລິສັດ ຈີນ (CREC), ແລະ ການນຳກຸ່ມບໍລິສັດກໍ່ສ້າງກິດຈະກຳທາງລົດໄຟ ຈີນ (CRCC), ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກຸ່ມບໍລິສັດຄົ້ນຄວ້າ ແລະ ຮ່ວມມືກັບກຸ່ມບໍລິສັດໃຫຍ່ລົດໄຟ ຫວຽດນາມ; ໃນນັ້ນມີການເຂົ້າຮ່ວມບັນດາໂຄງການທາງລົດໄຟເຊື່ອມຕໍ່ລະຫວ່າງ ຫວຽດນາມ - ຈີນ. ພ້ອມກັນນັ້ນ, ຄົ້ນຄວ້າຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນການຄົ້ນຄວ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…

ໃນວັນດຽວກັນທີ່ການຕ້ອນຮັບທ່ານ Jonathan Choi, ປະທານກຸ່ມບໍລິສັດ Sunwah ຮົ່ງກົງ, ປະທານກຸ່ມບໍລິສັດ VinaCapital ຫວຽດນາມ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດລົງທຶນໃນບັນດາຂົງເຂດເຕັກໂນໂລຊີສູງ, ການພັດທະນາສີຂຽວ, ເສດຖະກິດໝູນວຽນ, ເຮືອນຢູ່ສັງຄົມ…; ໜູນຊ່ວຍບັນດາບໍລິສັດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງຂອງກຸ່ມບໍລິສັດ ແລະ ປະກອບສ່ວນສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃຫ້ແກ່ ຫວຽດນາມ.

ທີ່ການຕ້ອນຮັບປະທານສະພາບໍລິຫານທະນາຄານ ຈີນ ຊາຫາຍເຟິງເກີອ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ປະຈຸບັນ ຫວຽດນາມ ພວມຮີບເຮັງສ້າງກອບນິຕິກຳກ່ຽວກັບສູນການເງິນສາກົນໃຫ້ສຳເລັດ ມຸ່ງໄປເຖິງມາດຕະຖານ ແລະ ທຳນຽມສາກົນ. 


top