ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານວາລະປະຊຸມເທື່ອທີ 6 ຄະນະຊີ້ນຳ COP 26

ຫວຽດນາມ ຢັ້ງຢືນການຫັນເປັນສີຂຽວໃນສັງກາດດີຈີຕອນແມ່ນບຸລິມະສິດແຖວໜ້າ, ຄວາມຮຽກຮ້ອງພາວະວິໄສ, ການຄັດເລືອກຍຸດທະສາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານວາລະປະຊຸມເທື່ອທີ 6 ຄະນະຊີ້ນຳ COP 26. (ພາບ: Dương Giang/TTXVN

ຕອນບ່າຍວັນທີ 14 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP 26) ໄດ້ເປັນປະທານວາລະປະຊຸມເທື່ອທີ 6 ຂອງຄະນະຊີ້ນຳ.

        ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີຢືນຢັນວ່າ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນທ່າອ່ຽງຂອງໂລກ, ໃນນັ້ນມີ ຫວຽດນາມ. ຫວຽດນາມ ຢັ້ງຢືນການຫັນເປັນສີຂຽວໃນສັງກາດດີຈີຕອນແມ່ນບຸລິມະສິດແຖວໜ້າ, ຄວາມຮຽກຮ້ອງພາວະວິໄສ, ການຄັດເລືອກຍຸດທະສາດ. ເພື່ອແນໃສ່ຍົກສູງກຳລັງຄວາມສາມາດການປະສານງານໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາທີ່ COP 26 ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມ ຕີລາຄາໝາກຜົນການປະຕິບັດຄຳໝັ້ນສັນຍາ COP 26 ໃນໄລຍະຜ່ານມາຢ່າງຮອບດ້ານ, ສະເໜີໜ້າທີ່ຈຸດສຸມຂອງຄະນະຊີ້ນຳໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນເປົ້າໝາຍ, ທັດສະນະຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ກ່ຽວກັບຍຸດທະສາດການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.


top