ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ໃນອາຍຸການຜ່ານມາ, ບັນດາຂະບວນການແຂ່ງຂັນຮັກຊາດໄດ້ກາຍເປັນກຳລັງແຮງຢ່າງໃຫຍ່ຫຼວງ, ນຳປະເທດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ)
ຕອນເຊົ້າວັນທີ 29 ມັງກອນ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ (ສະພາ) ໄດ້ເປັນປະທານວາລະປະຊຸມຄັ້ງທີ 17 ຂອງສະພາ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ໃນອາຍຸການຜ່ານມາ, ບັນດາຂະບວນການແຂ່ງຂັນຮັກຊາດໄດ້ກາຍເປັນກຳລັງແຮງຢ່າງໃຫຍ່ຫຼວງ, ນຳປະເທດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສຸມໃສ່ 9 ການກຳນົດທິດໃຫຍ່ກ່ຽວກັບຂະບວນການແຂ່ງຂັນຮັກຊາດທີ່ໄດ້ຍົກອອກມາທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI, ຄື: ສຸມໃສ່ນະວັດຕະກຳ, ພັດທະນາເສດຖະກິດ - ສັງຄົມ, ປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ…
“ຜ່ານກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຂ້າພະເຈົ້າສະເໜີວ່າ ພວກເຮົາຈະປຸກລະດົມຂະບວນການແຂ່ງຂັນນະວັດຕະກຳ, ພັດທະນາວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ”. ນີ້ແມ່ນ 2 ເສົາຄ້ຳໃຫ້ແກ່ການພັດທະນາຢ່າງວ່ອງໄວ, ຍືນຍົງຂອງປະເທດຊາດ”.