ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມລັດຖະບານຜັນຂະຫຍາຍບັນດາໜ້າທີ່ຈຸດສຸມທ້າຍປີ 2025

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງກວດກາຄືນວຽກງານ, ລາຍການ, ແຜນຮ່າງ, ໂຄງການ; ກຳນົດອັນດັບໃຫ້ບຸລິມະສິດປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມ (ພາບ: VGP)
ຕອນເຊົ້າວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມລັດຖະບານ ຜັນຂະຫຍາຍໜ້າທີ່ຈຸດສຸມທ້າຍປີ 2025. ທີ່ກອງປະຊຸມ, ລັດຖະບານສຸມໃສ່ກວດກາບັນດາໜ້າທີ່ທັງປີ 2025; ພິເສດແມ່ນບັນດາລາຍການ, ແຜນຮ່າງ, ໂຄງການທີ່ໄດ້ຜັນຂະຫຍາຍ, ປະຕິບັດສຳເລັດ ແລະ ບັນດາລາຍການ, ແຜນຮ່າງ, ໂຄງການທີ່ຕ້ອງສຸມໃສ່ຜັນຂະຫຍາຍນັບແຕ່ນີ້ຮອດທ້າຍປີ 2025 ແລະ ໃນຊຸມປີຕໍ່ໄປ. ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງກວດກາຄືນວຽກງານ, ລາຍການ, ແຜນຮ່າງ, ໂຄງການ; ກຳນົດອັນດັບໃຫ້ບຸລິມະສິດປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ, ສຸມໃສ່ສ້າງບັນດາລາຍການ, ການກະທຳຫັນເປັນລະບອບລະບຽບການ, ປະຕິບັດບັນດາມະຕິທີ່ກົມການເມືອງຫາກໍ່ປະກາດໃຊ້. ພິເສດ, ບັນດາຝ່າຍທີ່ກ່ຽວຂ້ອງສຸມໃສ່ຊຸກຍູ້ບັນດາກຳລັງໜູນການເຕີບໂຕ ເພື່ອປະຕິບັດໃຫ້ບັນລຸເປົ້າໝາຍການເຕີບໂຕປີ 2025, ສ້າງທ່ວງທ່າ, ສ້າງກຳລັງໃຫ້ຊຸມປີຕໍ່ໆໄປ.

top