ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ຈຸດສຸມຂອງການໄປຢ້ຽມຢາມແມ່ນເພີ່ມທະວີ, ປັບປຸງການພົວພັນລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ)  

ຕອນທ່ຽງວັນທີ 22 ມີນາ (ຕາມເວລາທ້ອງຖິ່ນ), ເຮືອບິນນຳສົ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ແຕ່ວັນທີ 22 – 25 ມີນາ, ຕາມຄຳເຊີນຂອງ ທ່ານ Mikhail Mishustin, ນາຍົກລັດຖະມົນຕີສະຫະພັນ ລັດເຊຍ. ນີ້ແມ່ນການຢ້ຽມຢາມຂອງການນຳຂັ້ນສູງທຳອິດຂອງ ຫວຽດນາມ ໄປຍັງສະຫະພັນ ລັດເຊຍ ໃນປີ 2026, ເປີດສາກບັນດາເຫດການສຳຄັນ, ການພົບປະຂັ້ນສູງ.

ຈຸດສຸມຂອງການໄປຢ້ຽມຢາມແມ່ນເພີ່ມທະວີ, ປັບປຸງການພົວພັນລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ, ໂດຍສະເພາະແມ່ນດ້ານການເມືອງ, ເປີດກວ້າງການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດເສດຖະກິດ, ການຄ້າ, ໂດຍສະເພາະແມ່ນການລົງທຶນ, ພະລັງງານ ແລະ ນ້ຳມັນອາຍແກັດຫຼາຍກວ່າອີກ…

ຄາດວ່າ, ໃນການຢ້ຽມຢາມ 2 ຝ່າຍຈະລົງນາມໃນສັນຍາສຳຄັນຫຼາຍສະບັບ. ໃນນັ້ນ, 2 ຝ່າຍຈະຍົກລະດັບການຮ່ວມມືໃນຂົງເຂດພະລັງງານ, ໂດຍສະເພາະແມ່ນພະລັງງານນິວເຄຼຍ, ນ້ຳມັນອາຍແກັດ.


top