ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງເຂົ້າຮ່ວມກອງປະຊຸມບັນດາການນຳ BRICS ເປີດກວ້າງ

ກອງປະຊຸມສຸດຍອດ BRICS ປີນີ້ມີຫົວຂໍ້ “ຊຸກຍູ້ການຮ່ວມມືຝ່າຍໃຕ້ ເພື່ອການບໍລິຫານກວມລວມ ແລະ ຍືນຍົງ”
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ)

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສ.ສະຫະພັນ ບຣາຊິນ Lula da Silva, ຕອນບ່າຍວັນທີ 04 ກໍລະກົດ (ຕາມເວລາ ຮ່າໂນ້ຍ), ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນສາກົນ ໂນ້ຍບາຍ, ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງປີ 2025 ແລະ ການເຄື່ອນໄຫວ 2 ຝ່າຍຢູ່ ສ.ສະຫະພັນ ບຣາຊິນ ແຕ່ວັນທີ 04 – 08 ກໍລະກົດ.

ກອງປະຊຸມສຸດຍອດ BRICS ປີນີ້ມີຫົວຂໍ້ “ຊຸກຍູ້ການຮ່ວມມືຝ່າຍໃຕ້ ເພື່ອການບໍລິຫານກວມລວມ ແລະ ຍືນຍົງ”, ແມ່ນໜຶ່ງໃນບັນດາເຫດການຫຼາຍຝ່າຍສຳຄັນ, ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ 20 ປະເທດ, ເລຂາທິການໃຫຍ່ສະຫະປະຊາຊາດ ແລະ ການນຳຂອງຫຼາຍອົງການຈັດຕັ້ງສາກົນ. ນີ້ແມ່ນຄັ້ງທຳອິດ ຫວຽດນາມ ເຂົ້າຮ່ວມດ້ວຍຖານະເປັນປະທານຄູ່ຮ່ວມມືທີ່ກອງປະຊຸມສຸດຍອດ BRICS.

ການໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ກໍ່ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຣາຊິນ. ນີ້ຈະແມ່ນໂອກາດເພື່ອໃຫ້ການນຳ 2 ທ່ານແລກປ່ຽນກ່ຽວກັບການກຳນົດທິດໃຫຍ່ ເພື່ອຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ກະສິກຳ, ປະຕິບັດແຜນນະໂຍບາຍຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ ໃນສະພາບທີ່ການຄ້າທົ່ວໂລກມີການຜັນແປຫຼາຍຢ່າງຄືໃນປະຈຸບັນ.


top