ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ອາຟະລິກາໃຕ້, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ)
ຕອນຄ່ຳວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ອາຟະລິກາໃຕ້, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້. ກ່ອນໜ້ານັ້ນ, ໃນວັນດຽວກັນ, ຢູ່ ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະກັບການນຳບັນດາປະເທດຢູ່ນອກກອງປະຊຸມສຸດຍອດ G20.
ທີ່ການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ຝລັ່ງ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (ອີຢູ) (EVFTA) ໃຫ້ມີປະສິດທິຜົນ, ສະເໜີໃຫ້ ຝລັ່ງ ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ, ຊຸກຍູ້ຄະນະກຳມະການ ເອີລົບ (ອີຊີ) ຍົກເລີດ “ບັດເຫຼືອງ” IUU ສຳລັບສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເປັນສຳຄັນ ແລະ ຕີລາຄາສູງບົດບາດນຳໜ້າຂອງ ເຢຍລະມັນ ໃນສະຫະພາບ ເອີລົບ. ການນຳ 2 ທ່ານໄດ້ເນັ້ນໜັກເຖິງເລື່ອງຖືເປັນສຳຄັນການພົວພັນສາມັກຄີ, ຮ່ວມມືມິດຕະພາບໃນສະພາບການໂລກ ແລະ ພາກພື້ນໃນປະຈຸບັນ.
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືດ້ານກະສິກຳ, ການສົ່ງອອກຂະແໜງກະສິກຳເພື່ອຜະລິດ ແລະ ສົ່ງອອກຢູ່ກັບທີ; ສ້າງລະບຽບການເປີດປະຕູໃຫ້ແກ່ບັນດາຜະລິດຕະພັນ ເຂົ້າສານ, ໝາກລິນຈີ່, ໝາກມັນກອນ ຂອງ ຫວຽດນາມ ທີ່ສົ່ງໄປຍັງ ອີຢິບ ໃຫ້ສຳເລັດໂດຍໄວ.