ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ: ລັດຖະບານສຸມໃສ່ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ

      ທ່ານນາຍົກລັດຖະມົນຕີເນັ້ນໜັ້ກວ່າ: ຫວຽດນາມ ພວມສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ສ້າງລັດຖະບານປ່ຽນແປງໃໝ່, ມີລະບຽບວິໄນ, ມີການກະທຳ, ມີປະສິດທິຜົນເພື່ອຮັບໃຊ້ປະຊາຊົນ. 
ນາຍົກລັດຖະມົນຕີ ຟ້າມມິງຈ້ິງ ເປັນປະທານກອງປະຊຸມ
      ຕອນເຊົ້າວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈ້ິງ ໄດ້ເປັນປະທານ, ບໍລິຫານວາລະປະຊຸມລັດຖະບານຫົວເລື່ອງສະເພາະ ກ່ຽວກັບກົດໝາຍ ເດືອນ ສິງຫາ ປີ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຊີ້ແຈ້ງວ່າການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ໂຄງການດຳເນີນງານຂອງ ລັດຖະບານ, ໜ້າທີ່ ໄລຍະ 6 ເດືອນ, ສຸມໃສ່ປະຕິບັດ ບຸກທະລຸຍຸດທະສາດ 3 ຂໍ້, 6 ໜ້າທີ່ຈຸດສຸມ, 12 ໜ້າທີ່ສຳຄັນໃນອາຍຸການນີ້, ໃນນັ້ນມີການສ້າງລະບອບລະບຽບການ. ໃນອາຍຸການນີ້, ລັດຖະບານ ໄດ້ສຸມໃສ່ສ້າງລະບອບລະບຽບການຄື: ກວດກາຄືນຂໍ້ຕິດຂັດຂອງ ກົດໝາຍ, ບັນດາຂໍ້ກຳນົດ, ກົດໝາຍ ໂດຍສະພາແຫ່ງຊາດ, ມະຕິ, ດຳລັດ, ຄຳສັ່ງ, ມະຕິ ໂດຍລັດຖະບານປະກາດໃຊ້.
      ທ່ານນາຍົກລັດຖະມົນຕີເນັ້ນໜັ້ກວ່າ: ຫວຽດນາມ ພວມສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ສ້າງລັດຖະບານປ່ຽນແປງໃໝ່, ມີລະບຽບວິໄນ, ມີການກະທຳ, ມີປະສິດທິຜົນເພື່ອຮັບໃຊ້ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້, ບັນດາລັດຖະມົນຕີເສີມຂະຫຍາຍຢ່າງສຸດຈິດສຸດໃຈທີ່ມີຄວາມຮັບຜິດຊອບເພື່ອປະຊາຊົນ, ເພື່ອປະເທດຊາດ, ສຸມໃສ່ຊີ້ນຳວຽກງານຢ່າງຮອບດ້ານ, ສ້າງຕັ້ງລະບອບລະບຽບການ, ບຸກທະທຸຍຸດທະສາດ 3 ຂໍ້.
(ແຫຼ່ງຄັດຈາກ VOV)


top