ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນເຈົ້າພາບພິທີຕ້ອນຮັບ ແລະ ເຈລະຈາ ກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad

ໂດຍໄດ້ຮັບຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານ ນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad  ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 26 – 28 ສິງຫາ. 

ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດຢູ່ທໍານຽບປະທານປະເທດຫວຽດນາມ (ພາບ: VGP)

ຕອນເຊົ້າວັນທີ 27 ສິງຫາ, ຢູ່ທໍານຽບປະທານປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ມາເລເຊຍ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ນາຍົກລັດຖະມົນຕີສອງທ່ານ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງສອງປະເທດດໍາເນີນການພົບປະເຈລະຈາ, ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະ ບັນດາບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທໍາອິດຂອງທ່ານນາຍົກລັດຖະມົນຕີ Mahathir Mohamad   ນັບແຕ່ເມື່ອຮັບດໍາລົງຕໍາແໜ່ງເມື່ອເດືອນ ພຶດສະພາ ປີ 2018.
(ແຫຼ່ງຄັດຈາກ VOV)

top