ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງຢ້ຽມຢາມແລະເຮັດວຽກຢູ່ໂຮງໝໍ ເຈີ້ໄຣ

ເນື່ອງໃນໂອກາດສະເຫລີມສະຫລອງ 63 ປີແຫ່ງວັນແພດໝໍຫວຽດນາມ (27/2/1955-27/2/2018), ຕອນບ່າຍວັນທີ 24 ກຸມພາ ຢູ່ ນະຄອນ ໂຮ່ຈິມີນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບພະນັກງານຫລັກແຫລ່ງ ໂຮງໝໍ ເຈີ້ໄຣ ຫວຽດນາມ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ພາບ:news.zing.vn

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ ໂຮງໝໍ ເຈີ້ນໄຣ ແມ່ນຫນຶ່ງໃນບັນດາໂຮງໝໍນຳຫນ້າໃນການໝູນໃຊ້ເຕັກນິກໃຫມ່, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຂະແຫນງສາທາລະນະສຸກ ແລະ ບັນດາຂະແຫນງກ່ຽວຂ້ອງ ປະຕິບັດບັນດາມາດຕະການເພີ່ມທະວີວຽກງານເບິ່ງແຍງສຸຂະພາບ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ ຢ່າງຄົບຊຸດ. ໃນນັ້ນ ຕ້ອງເອົາໃຈໃສ່ຝຶກຝົນຫລໍ່ຫລອມຍົກສູງຄຸນສົມບັດການແພດ. ແລະ ກໍ່ໃນຕອນບ່າຍວັນດຽວກັນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢຶ້ຢາມຖາມຂ່າວບັນດາແພດໝໍ, ທ່ານໝໍຢູ່ ໂຮງໝໍ ເຕີນດຶກ ນະຄອນໂຮ່ຈິມີນ.

(ແຫຼ່ງຄັດຈາກ VOV)



top