ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງ

      ຕອນບ່າຍວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ແລະ ການນຳບາງກະຊວງ, ຂະແຫນງການ ລົງກວດກາທົ່ວເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ຫວຽດນາມ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ວັນທີ 27 ກັນຍາ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເປັນເຈົ້າພາບກອງປະຊຸມກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ.
      ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານ Hermen Borst ຂ້າຫລວງໃຫຍ່ ລາຍການເຂດທົ່ງພຽງ ໂຮນລັງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ໂຮນລັງ ມີບົດຮຽນຫລາຍຢ່າງໃນການພັດທະນາກະສິກຳ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ອາດສາມາດແບ່ງປັນ ແລະ ຮ່ວມມືກັບຫວຽດນາມ. ສະນັ້ນທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກ ໂຮນລັງ ແບ່ງປັນບົດຮຽນອັນລ້ຳຄ່າກັບຫວຽດນາມໃນການພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

top