ຂ່າວສານ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ
  ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ (ພາບ: VNA)  

ຕອນບ່າຍວັນທີ 14 ຕຸລາ, ​ຢູ່ ຮ່າໂນ້ຍ, ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຕ້ອນຮັບທ່ານ Peter Tschentscher, ຜູ້​ວ່າ​ການ​ລັດ ທັງ​ເປັນເຈົ້າຄອງ​ຜ​ູ້​ທີ​ໜຶ່ງນະຄອນ Hamburg, ເຢຍລະມັນ. ຢູ່​ທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາ​ທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ຄື: ທ່າ​ກຳ​ປັ່ນ, logistics, ເສດຖະກິດທາງທະເລ, ການຫັນປ່ຽນສີຂຽວ... ທ່ານກໍ່​ໄດ້ສະເໜີໃຫ້ Hamburg ​ໜູນ​ຊ່ວຍ​ການ​ໂຄ​ສະ​ນາ, ເຊື່ອມ​ຕໍ່​ຕະ​ຫຼາດ, ຊຸກ​ຍູ້​ການບໍລິໂພກສິນ​ຄ້າ ຫວຽດ​ນາມ​ຢູ່ ເຢຍ​ລະ​ມັນ, ພ້ອມ​ກັນ​ນັ້ນ ເພີ່ມທະວີການເຊື່ອມ​ຕໍ່ລະຫວ່າງວິສາຫະກິດ ຫວຽດນາມ ກັບກຸ່ມພະລັງງານ​ທົດ​ແທນ ແລະ ລະບົບ ພະລັງງານ​ແຮງລົມນອກ​ຢູ່ນອກຝັ່ງຂອງ Hamburg.

ສ່ວນທ່ານຜູ້ວ​່າ​ການ​ລັດ Peter Tschentscher ໄດ້ຢືນຢັນວ່າ Hamburg ແລະ ບັນດາວິສາຫະກິດ ເຢຍລະມັນ ປາດຖະໜາຢາກເພີ່ມທະວີການຮ່ວມມືໄລຍະຍາວກັບ ຫວຽດນາມ, ພິ​ເສດ​ແມ່ນໃນຂົງເຂດທ່າກຳ​ປັ່ນ, logistics, ການສຶກສາຂັ້ນ​ມະ​ຫາ​ວິ​ທ​ະ​ຍາ​ໄລ, ວິທະຍາສາດ - ເຕັກໂນໂລຢີ... ພ້ອມທັງສົ່ງເສີມໃຫ້ວິສາຫະກິດ ຫວຽດນາມ ໄປ​ ຢຍລະມັນ ເພື່ອຊອກຫາໂອກາດຮ່ວມມື, ເປີດກວ້າງການຄ້າກັບ ເຢຍລະມັນ ແລະ EU.


top