ຂ່າວສານ

ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສະວິດ

ໃນຂອບເຂດການຢ້ຽມຢາມ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບ, ພົບປະສົນທະນາກັບການນຳ, ອົງການຈັດຕັ້ງສາກົນ; ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສະວິດ...
  ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ເຮັດ​ວຽກ​ກັບ UNOG (ພາບ: VNA)  

ແຕ່ວັນທີ 28-30 ກັນຍາ, ທ່ານນາງ ຫງວຽນທິແທັງ ຮອງປະທານສະ​ພາແຫ່ງຊາດ ​ຫວຽດ​ນາມ ໄດ້ນຳພາຄະ​ນະ​ຜູ້​ແທນສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ສະວິດ ເພື່ອແນ​ໃສ່ເພີ່ມທະວີການຮ່ວມມືລັດຖະສະພາ ແລະ ຊຸກ​ຍູ້ການພົວພັນ​ຄູ່ຮ່ວມມື​ຮອບດ້ານລະຫວ່າງສອງປະເທດ.

ໃນຂອບ​ເຂດ​ການຢ້ຽມຢາມ, ທ່ານນາງ ຫງວຽນທິແ​ທັງ ຮອງປະທານ​ສະ​ພາແຫ່ງຊາດ ໄດ້ຕ້ອນ​ຮັບ, ພົບປະສົນ​ທະ​ນາ​ກັບ​ການນຳ, ອົງການຈັດ​ຕັ້ງສາກົນ; ໄປຢ້ຽມຢາມ​ສະ​ຖານທູດ ຫວຽດນາມ ປະຈຳ ສະວິດ...

ທີ່​ບັນ​ດາການພົບປະ, ທ່ານນາງ ຫງວຽນທິແ​ທັງ ຮອງປະທານສະ​ພາ​ແຫ່ງຊາດ ໄດ້ສະເໜີໃຫ້ທັງສອງຝ່າຍ ເພີ່ມທະວີການແລກປ່ຽນຄະ​ນະຜູ້ແທນ, ແບ່ງປັນ​ບົດ​ຮຽນ​ໃນ​ການສ້າງ, ປັບປຸງນະໂຍບາຍ, ກົດໝາຍບັນ​ດາຂົງເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ໃຫ້​ສົມ​ບູນ; ສືບຕໍ່​ສົມ​ທົບ​ກັນ, ສະໜັບສະໜູນເຊິ່ງກັນແລະກັນທີ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາສາ​ກົນ (IPU), ສະ​ມັດຊາລັດ​ຖະ​ສະ​ພາ ຝ​ລັ່ງໂກ​ໂຟ​ນີ (APF) ແລະ ບັນ​ດາເວທີປາໄສລັດຖະສະພາ​ຫຼາຍຝ່າຍອື່ນໆ; ​ຜັນ​ຂະ​ຫຍາຍ​ເນື້ອໃນຂອງຄູ່ຮ່ວມ​ມື ຮອບດ້ານຢ່າງມີປະສິດທິຜົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມືຢູ່ສະຫະປະຊາຊາດ ແລະ ​ບັນ​ດາກົນໄກພາກພື້ນ. ທ່ານ​ນາງຮອງປະທານສະພາແຫ່ງຊາດ ກໍ່ສະເໜີໃຫ້ທັງ​ສອງ​ຝ່າຍ​ຊຸກ​ຍູ້ການ​ຮ່ວມ​ມື​ດ້ານວິທະຍາສາດ - ເຕັກໂນໂລຊີ, ສູນການເງິນສາກົນ, ການເງິນດີຈີຕອນ... ເພີ່ມທະວີການແລກປ່ຽນລະຫວ່າງສອງ​ສະ​ພາ​ແຫ່ງ​ຊາດ, ແບ່ງ​ປັນ​ບົດ​ຮຽນ​ໃນ​ກາ​ນ​ສ້າງກົດໝາຍ ແລະ ​ສົນ​ທົບ​ກັນ​ຢູ່​ບັນ​ດາເວທີປາໄສລັດ​ຖະ​ສະ​ພາຫຼາຍຝ່າຍ.

ໃນຂອບເຂດການຢ້ຽມຢາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນ​ທິແທັງ ກໍ່ໄດ້ເຂົ້າຮ່ວມບັນ​ດາ​ການ​ເຄື່ອນ​ໄຫວສະເຫຼີມສະຫຼອງ 55 ປີແຫ່ງ​ວັນສ້າງຕັ້ງ​ການພົວພັນທາງການທູດ ຫວຽດນາມ - ສະວິດ; ພົບປະ​ກັບບັນດາ​ອົງ​ການ​ຈັດຕັ້ງການເມືອງ, ມິດຕະພາບ ແລະ ຢ້ຽມຢາມບັນ​ດາ​ອົງ​ການຜູ້ຕາງໜ້າ ຫວຽດນາມ ປະຈຳ ສະວິດ.


top