ຂ່າວສານ

ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວນ ຢ້ຽມຢາມ ແລະ ພົບປະກັບພະນັກງານສະຖານທູດ ຫວຽດນາມ ຢູ່ ຟີລິບປີນ

ທ່ານນາງຮອງປະທານປະເທດສະເໜີໃຫ້ສະຖານທູດ ແລະ ພະນັກງານ, ລັດຖະກອນ ສະຖານທູດ ຕ້ອງສືບຕໍ່ມານະພະຍາຍາມ, ປະຕິບັດສຳເລັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.

ທ່ານນາງຮອງປະທານປະເທດສະເໜີໃຫ້ສະຖານທູດ ແລະ ພະນັກງານ, ລັດຖະກອນ ສະຖານທູດ ຕ້ອງສືບຕໍ່ມານະພະຍາຍາມ, ປະຕິບັດສຳເລັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.

    

ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ໍທິແອັງຊວນ ແລະ ຄະນະໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ

ຕອນບ່າຍວັນທີ 30 ມິຖຸນາ, ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການໄປປະຕິບັດງານຢູ່ ຟີລິບປິນ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ໍທິແອັງຊວນ ແລະ ຄະນະໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ຟິລິບປິນ ແລະ ພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ພ້ອມກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມເຮັດວຽກ, ຮ່ຳຮຽນຢູ່ທີ່ນີ້. ທ່ານນາງຮອງປະທານປະເທດສະເໜີໃຫ້ສະຖານທູດ ແລະ ພະນັກງານ, ລັດຖະກອນ ສະຖານທູດ ຕ້ອງສືບຕໍ່ມານະພະຍາຍາມ, ປະຕິບັດສຳເລັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ; ເປັນເສນາທິການໃຫ້ແກ່ພັກ, ລັດ ແລະ ລັດຖະບານໃນການສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຟີລິບປິນ ຢ່າງທັນການກ່ວາອີກ; ຕັ້ງໜ້າຜັນຂະຫຍາຍວຽກງານການທູດດ້ານເສດຖະກິດ, ໜູນຊ່ວຍບັນດາວິສາຫະກິດສອງປະເທດແຊກແຊງເຂົ້າຕະຫຼາດ ແລະ ການລົງທຶນຂອງກັນ; ເຮັດວຽກງານປະຊາຄົມ, ກົງສູນໃຫ້ເປັນຢ່າງດີ ກໍ່ຄືວຽກງານພົວພັນຕ່າງປະເທດດ້ານວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ.

        ກ່ອນໜ້ານັ້ນ, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວນ ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ໄປຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ ຢູ່ຂອບເຂດສວນສາທາລະນະ ອາຊຽນ ຢູ່ ນະຄອນຫຼວງ ມານີລາ.

(ແຫຼ່ງຄັດຈາກ VOV)


top