ຂ່າວສານ

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢ້ຽມຢາມ, ເຮັດວຽກ ຢູ່ແຂວງ ກາເມົາ

ທ່ານນາງ ຫວໍທິແອັງຊວນ ສະເໜີໃຫ້ແຂວງ ກາເມົາ ເອົາໃຈໃສ່ພັດທະນາຄວາມສາມາດບົ່ມຊ້ອນດ້ານເສດຖະກິດທະເລ, ພະລັງງານທົດແທນ.
  ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ເຮັດວຽກຢູ່ແຂວງ ກາເມົາ  

ຕອນບ່າຍວັນທີ 27 ພຶດສະພາ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ໄປຢ້ຽມຢາມ ພະນັກງານ, ນັກຮົບ ປ້ອມປ້ອງກັນຊາຍແດນ ແຣກກົກ, ທະຫານປ້ອງກັນຊາຍແດນແຂວງ ກາເມົາ.

ກ່າວຄຳເຫັນທີ່ການຢ້ຽມຢາມປ້ອມປ້ອງກັນຊາຍແດນ ແຣກກົກ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງກຳລັງປະກອບອາວຸດເວົ້າລວມ, ກຳລັງປ້ອງກັນຊາຍແດນເວົ້າສະເພາະ, ໃນນັ້ນມີທະຫານປ້ອງກັນຊາຍແດນ, ປ້ອມປ້ອງກັນຊາຍແດນ ແຣກກົກ ຍາມໃດກໍ່ປົກປັກຮັກສາອະທິປະໄຕຊາຍແດນທາງທະເລຂອງປະເທດຊາດ. ທ່ານນາງ ຫວໍທິແອັງຊວນ ສະເໜີໃຫ້ກຳລັງທະຫານປ້ອງກັນຊາຍແດນ ກາເມົາ ສະໜິດຕິດພັນ, ສືບຕໍ່ຊ່ວຍເຫຼືອປະຊາຊົນກ່ວາອີກ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ເມື່ອຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະພັກເມືອງ ງອັກຫຽນ, ທ່ານນາງ ຫວໍທິແອັງຊວນ ສະເໜີໃຫ້ແຂວງ ກາເມົາ ເອົາໃຈໃສ່ພັດທະນາຄວາມສາມາດບົ່ມຊ້ອນດ້ານເສດຖະກິດທະເລ, ພະລັງງານທົດແທນ. ພ້ອມກັນນັ້ນ, ຄວນຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ. ພິເສດແມ່ປະຊາຊົນເຂດຫ່າງໄກຊອກຫຼີກ, ເຂດຖານທີ່ໝັ້ນການປະຕິວັດ. ຄວນມີບັນດາຮູບແບບແທດຈິງເພື່ອຊ່ວຍໃຫ້ບັນດາຄອບຄົວນະໂຍບາຍບື່ນຕົວຂຶ້ນ.

ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 10 ຫລັງ ພ້ອມກັບຂອງຂວັນຫຼາຍພູດໃຫ້ແກ່ບັນດາຄອບຄົວນະໂຍບາຍຢູ່ທ້ອງຖິ່ນ.

 


top