ສືບຕໍ່ການເຄື່ອນໄຫວຢູ່ລັດ Victoria ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2018 ຢູ່ ອົດສະຕາລີ, ວັນທີ 24 ເມສາ ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ມີການພົບປະສອງຝ່າຍກັບ ຜູ້ວ່າການລັດ Victoria, ທ່ານນາງ Linda Marion Dessau ແລະ ເຈົ້າຄອງລັດ Victoria ທ່ານ Daniel Andrews.
ທ່ານນາງຮອງປະທານປະເທດທັ້ງທິງອກທິ້ງ ພົບປະກັບ ຜູ້ວ່າການລັດ Victoria, ທ່ານນາງ Linda Marion Dessau
ທີ່ການພົບປະຄັ້ງຕ່າງໆນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຖືວ່າ: Victoria ແມ່ນລັດມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ແລະ ທ່າແຮງກ່ຽວກັບດ້ານເສດຖະກິດ, ການຄ້າ, ອຸດສາຫະກຳ, ກະສິກຳ, ການເງິນ, ສາທາລະນະສຸກ, ກິລາ… ສະນັ້ນ ທ່ານນາງຮອງປະທານປະເທດ ປາດຖະຫນາຢາກການນຳລັດ Victoria ເອົາໃຈໃສ່ຊຸກຍູ້ບັນດາການຮ່ວມມືຂອງລັດກັບຫວຽດນາມ ກວ່າອີກ, ສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນຫວຽດນາມ ໄປຊອກຮູ້ ແລະ ສ້າງການພົວພັນກັບລັດ, ແລະ ຢືນຢັນ: ຊົມເຊີຍບັນດາວິສາຫະກິດຂອງລັດມາດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ. ທ່ານນາງຮອງປະທານປະເທດກໍ່ສະເຫນີບັນດາການນຳລັດ Victoria ສ້າງເງື່ອນໄຂໃຫ້ການຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢູ່ທ້ອງຖິ່ນ ເພື່ອແນໃສ່ເພີ່ມຄວາມເຂົ້າໃຈ ແລະ ຊຸກຍູ້ການຮ່ວມມື.
(ແຫຼ່ງຄັດຈາກ VOV)