ຕອນເຊົ້າວັນທີ 29 ພະຈິກ, ຢູ່ສູນສົ່ງເສີມການລົງທຶນ, ການຄ້າ ແລະ ງານຕະຫຼາດນັດ ວາງສະແດງ ເກີນເທີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດການທ່ອງທຽວສາກົນ ເກີນເທີ 2019.
ຫານການດັ່ງກ່າວ ໂດຍສະຫະສະມາຄົມທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ເກີນເທີ ແລະ ສະຫະສະມາຄົມທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັນຈັດຕັ້ງຂຶ້ນ ຊື່ງມີຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ ຂອງເຂດທົ່ງພຽງແມ່ນ້ຳຂອງ.
ດ້ວຍຫົວຂໍ້ “ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງກັບທົ່ວປະເທດ”, ງານຕະຫຼາດນັດໄດ້ດຶງດູດການເຂົ້າຮ່ວມຂອງ 350 ວິສາຫະກິດທ່ອງທ່ຽວ, ອົງການສົ່ງເສີມການທ່ອງທ່ຽວທີ່ມາຈາກ 6 ປະເທດ: ສ.ເກົາຫຼີ, ອິນເດຍ, ກູບາ, ຍີ່ປຸ່ນ, ໄທ, ມາເລເຊຍ ແລະ 25 ແຂວງ ນະຄອນໃນທົ່ວປະເທດ ດ້ວຍຮ້ານວາງສະແດງ 320 ຮ້ານ ຊື່ງໄດ້ແນະນຳບັນດາຜະລິດຕະພັນທ່ອງທ່ຽວ, ບັນດາສະຖານທີ່ທ່ອງທ່ຽວ. ນີ້ກໍ່ແມ່ນໂອກາດເພື່ອບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດພົບປະແລກປ່ຽນ, ເຊັນການຮ່ວມມືຊື່ງກັນ ແລະ ກັນ.
(ແຫຼ່ງຄັດຈາກ VOV)