ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ


ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້. ພາບ: VNA
      ໂດຍຕອບສະໜອງຕາມຄຳເຊີນຂອງພັກກອມມູນິດ, ລັດຖະບານ ແລະ ສະພາແຫ່ງຊາດ ສສ ຫວຽດນາມ, ຕອນບ່າຍວັນທີ 3 ກໍລະກົດ 2017, ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ສປປ ລາວ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ໄດ້ມາເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງດ້ານການທູດລະຫວ່າງ ຫວຽດນາມ-ລາວ , 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືລະຫວ່າງ ຫວຽດນາມ-ລາວ ທີ່ແຂວງ ເຊີນລາ ແຕ່ວັນທີ 3-8 ກໍລະກົດ 2017.
ປະຕິບັດໂດຍ: VNA/VNP

top