ຂ່າວສານ ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ແລະ ຢ້ຽມຢາມໄທຢ່າງເປັນທາງການ 26/08/2019 ວັນທີ 25 ສິງຫາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ນຳຫນ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ແລະ ຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ຕາມຄຳເຊີນ ຂອງທ່ານ ຊວນຫຼີກໄພ, ປະທານສະພາຜູ້ແທນລາຊະດອນໄທ, ປະທານກອງປະຊຸມສະມັດຊາໃຫຍ່ AIPA 40. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເດີນທາງຮອດສະຫນາມບິນ ດອນເມືອງ ໄທ ຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ 40 ແມ່ນ “ຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອປະຊາຄົມໝັ້ນຄົງ”. ຈຸດສຸມການເຄື່ອນໄຫວຄັ້ງນີ້ ແມ່ນເລື່ອງທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຮັບດຳລົງຕຳແຫນ່ງເປັນປະທານ AIPA ຈາກທ່ານປະທານສະພາຜູ້ແທນລາຊະດອນໄທ ຕາມຫລັກການຜັດປ່ຽນກັນ, ຈັດຕັ້ງ ກອງປະຊຸມສະມັດຊາໃຫຍ່ AIPA 41 ໃນປີ 2020 ແລະ ບັນດາການເຄື່ອນໄຫວອື່ນໆໃນຂອບເຂດປີ ປະທານ AIPA. ການຢ້ຽມຢາມໄທຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ດຳເນີນໄປໃນສະພາບການພົວພັນລະຫວ່າງສອງປະເທດພວມພັດທະນາອັນດີງາມໃນທຸກຂົງເຂດ. (ແຫຼ່ງຄັດຈາກ VOV)

ວັນທີ 25 ສິງຫາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ນຳຫນ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ແລະ ຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ຕາມຄຳເຊີນ ຂອງທ່ານ ຊວນຫຼີກໄພ, ປະທານສະພາຜູ້ແທນລາຊະດອນໄທ, ປະທານກອງປະຊຸມສະມັດຊາໃຫຍ່ AIPA 40. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເດີນທາງຮອດສະຫນາມບິນ ດອນເມືອງ ໄທ ຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ 40 ແມ່ນ “ຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອປະຊາຄົມໝັ້ນຄົງ”. ຈຸດສຸມການເຄື່ອນໄຫວຄັ້ງນີ້ ແມ່ນເລື່ອງທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຮັບດຳລົງຕຳແຫນ່ງເປັນປະທານ AIPA ຈາກທ່ານປະທານສະພາຜູ້ແທນລາຊະດອນໄທ ຕາມຫລັກການຜັດປ່ຽນກັນ, ຈັດຕັ້ງ ກອງປະຊຸມສະມັດຊາໃຫຍ່ AIPA 41 ໃນປີ 2020 ແລະ ບັນດາການເຄື່ອນໄຫວອື່ນໆໃນຂອບເຂດປີ ປະທານ AIPA. ການຢ້ຽມຢາມໄທຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ດຳເນີນໄປໃນສະພາບການພົວພັນລະຫວ່າງສອງປະເທດພວມພັດທະນາອັນດີງາມໃນທຸກຂົງເຂດ. (ແຫຼ່ງຄັດຈາກ VOV)