ການຢ້ຽມຢາມຫວຽດນາມຂອງທ່ານນາງນາຍົກລັດຖະມົນຕີ ໄທ ຈະແມ່ນໂອກາດເພື່ອໃຫ້ສອງຝ່າຍນຳການພົວພັນ ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃຫມ່, ແທດຈິງ ແລະມີປະສິດທິຜົນກວ່າ.
ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ມາຕ້ອນຮັບທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ ຢູ່ ສະຫນາມບິນ ໂນ້ຍບ່າຍ. (ພາບ: Phạm Kiên/TTXVN)
ຕອນສວາຍວັນທີ 15 ພຶດສະພາ, ທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ ເດີນທາງຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ - ໄທ ແຕ່ວັນທີ 15 -16 ພຶດສະພາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ມາຕ້ອນຮັບຄະນະຜູ້ແທນຢູ່ສະຫນາມບິນສາກົນ ໂນ້ຍບ່າຍ ມີທ່ານ: ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມຫງວຽນແມ້ງເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຟ້າມຫວຽດຮຸ່ງ.
ການຢ້ຽມຢາມຈະແມ່ນໂອກາດເພື່ອໃຫ້ສອງຝ່າຍນຳການພົວພັນ ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃຫມ່, ແທດຈິງ ແລະມີປະສິດທິຜົນກວ່າ.