ຂ່າວສານ

ທ່ານນາງນາຍົກລັດຖະມົນຕີ ຣູມານີ ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕິີ ຫວຽດນາມ

      9 ໂມງ 30 ນາທີ, ວັນທີ 15 ເມສາ, ຕາມເວລາທ້ອງຖິ່ນ, ທີ່ສຳນັກງານລັດຖະບານ ຣູມານີ, ຢູ່ນະຄອນຫລວງ Bucharest, ທ່ານນາງນາຍົກລັດຖະມົນຕີ ຣູມານີ Viorica Dancila ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ຣູມານີ ຢ່າງເປັນທາງການ.

ທ່ານນາງນາຍົກລັດຖະມົນຕີ ຣູມານີ Viorica Dancila ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ
ຫວຽດນາມ ຫງວຽນຊວນຟຸກ
      ພາຍຫລັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ Viorica Dancila ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ 2 ປະເທດດຳເນີນການເຈລະຈາ. ຫວຽດນາມ ແລະ ຣູມານີ ໄດ້ສ້າງຕັ້ງການພົວພັນທາງການທູດແຕ່ປີ 1950, ປີ 2018 ວົງເງິນການຄ້າ 2 ສົ້ນບັນລຸໄດ້ປະມານ 218 ລ້ານ USD.
        ໃນການຢ້ຽມຢາມ ຣູມານີ ຢ່າງເປັນທາງການໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຂົນຂວາຍ ຣູມານີ ດ້ວຍຖານະບົດບາດເປັນປະທານໝູນວຽນສະຫະພາບ ເອີຣົບ (ອີຢູ) ໃນ 6 ເດືອນຕົ້ນປີ 2019 ເພື່ອສະໜັບສະໜູນເລື່ອງເຊັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ໃນໄລຍະຈະມາເຖິງໂດຍໄວ.
 (ແຫຼ່ງຄັດຈາກ VOV)


top