ດ້ວຍຫົວຂໍ້ “ພ້ອມກັນມີຄວາມຕັດສິນໃຈ ເພື່ອສ້າງຕາແສງ, ເຂດພິເສດບໍ່ມີຢາເສັບຕິດ”, ງານຊຸມນຸມມິດຕິງ 2026 ໄດ້ສ້າງຂີດໝາຍເປັນຄັ້ງທຳອິດຈັດຂຶ້ນແບບທາງໄກໃນທົ່ວປະເທດ.
ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ ໂລກ , ຢາເສັບຕິດ, ໂສເພນີກ່າວຄຳເຫັນທີ່ງານຊຸມນຸມມິດຕິງ (ພາບ: VOV5)
ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍງານຊຸມນຸມມິງຕິງ ແລະ ການແຂ່ງຂັນແລ່ນ ຂະບວນການຕອບສະໜອງເດືອນກະທຳເພື່ອການປ້ອງກັນ, ຕ້ານຢາເສັບຕິດປີ 2026. ດ້ວຍຫົວຂໍ້ “ພ້ອມກັນມີຄວາມຕັດສິນໃຈ ເພື່ອສ້າງຕາແສງ, ເຂດພິເສດບໍ່ມີຢາເສັບຕິດ”, ງານຊຸມນຸມມິດຕິງ 2026 ໄດ້ສ້າງຂີດໝາຍເປັນຄັ້ງທຳອິດຈັດຂຶ້ນແບບທາງໄກໃນທົ່ວປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ ໂລກ , ຢາເສັບຕິດ, ໂສເພນີ, ເນັ້ນໜັກວ່າການພັດທະນາຢ່າງແຮງຂອງເຕັກໂນໂລຢີດີຈີຕອນ, ສື່ສັງຄົມອອນໄລ, ການຄ້າເອເລັກໂຕນິກ, ການບໍລິການສົ່ງເຄື່ອງໂດຍໄວ ແລະ ບັນດາຮູບແບບຊຳລະບໍ່ລະບຸຊື່ ໄດ້ເຮັດໃຫ້ປ່ຽນແປງວິທີການເຄື່ອນໄຫວຂອງອາດຊະຍາກຳຢາເສັບຕິດ. ທ່ານນາງ ຟ້າມທິແທັງຈ່າ ຊີ້ແຈ້ງວ່າ:
"ນີ້ແມ່ນຄຳໝັ້ນສັນຍາຂອງອຳນາດການປົກຄອງທ້ອງຖິ່ນກັບປະຊາຊົນ, ແມ່ນການຕອບສະໜອງຢ່າງຕັ້ງໜ້າຂອງປະຊາຊົນເພື່ອສ້າງປະກົດການຢ່າງແທ້ຈິງ ແລະ ແມ່ນມາດຖານເພື່ອຕີລາຄາຄຸນນະພາບການຄຸ້ມຄອງທ້ອງຖິ່ນໃນສະພາບການໃໝ່.”