ໃນປີ 2025 ທົ່ວກອງທັບໄດ້ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງມີໄຊ, ມີຄວາມຕັດສິນໃຈດ້ານການເມືອງສູງ, ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ, ປະຕິບັດສຳເລັດບັນດາໜ້າທີ່
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ)
ທົ່ວກອງທັບຍາມໃດກໍ່ຕ້ອງຢຶດໝັ້ນແນວທາງການທະຫານ, ປ້ອງກັນຊາດຂອງພັກ, ພ້ອມກັນນັ້ນ ກໍ່ຕ້ອງສືບຕໍ່ສ້າງ ແລະ ຊຸກຍູ້ການປະຕິບັດ “ໝວດມາດຖານກໍ່ສ້າງກອງທັບປະຊາຊົນ ຫວຽດນາມ ທີ່ທັນສະໄໝໃນສະພາບການໃໝ່” ໃຫ້ສຳເລັດ. ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 15 ຄະນະພັກການທະຫານສູນກາງ ອາຍຸການ 2020 – 2025, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 04 ທັນວາ, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ.
ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ, ຢືນຢັນ ໃນປີ 2025 ທົ່ວກອງທັບໄດ້ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງມີໄຊ, ມີຄວາມຕັດສິນໃຈດ້ານການເມືອງສູງ, ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ, ປະຕິບັດສຳເລັດບັນດາໜ້າທີ່, ໃນນັ້ນປະຕິບັດຫຼາຍໜ້າທີ່ສຳເລັດຢ່າງດີເດັ່ນ. ເນັ້ນໜັກວ່າ, ປີ 2026 ແມ່ນປີທີ່ມີຫຼາຍເຫດການການເມືອງສຳຄັນສຳລັບປະເທດຊາດ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສະແດງໃຫ້ເຫັນບົດບາດນຳໜ້າ, ນຳພາໃນເລື່ອງ ຊາບຊຶບ ແລະ ຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ; ສືບຕໍ່ປະຕິບັດໜ້າທີ່ເປັນເສນາທິການຍຸດທະສາດຕໍ່ພັກ, ລັດ ກ່ຽວກັບການທະຫານ, ການປ້ອງກັນຊາດ ແລະ ເສີມຂະຫຍາຍບົດບາດແກ່ນສານໃນພາລະກິດປ້ອງກັນຊາດ, ການປົກປັກຮັກສາປະເທດຊາດໃຫ້ເປັນຢ່າງດີ.