ທ່ານເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດໄດ້ສະຫງວນເວລາກ່າວກ່ຽວກັບ 3 ເນື້ອໃນຫຼັກລວມມີ: ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ບັນດາໜ້າທີ່ທີ່ໄດ້ວາງອອກ.
ທ່ານ ເລຮວ່າຍຈຸງ ທູດພິເສດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
ວັນທີ 25 ກຸມພາ, ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ສະຫະພັນ ລັດເຊຍ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ທ່ານ ເລຮວ່າຍຈຸງ ທູດພິເສດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະ ກັບໝູ່ຄະນະພະນັກງານສະຖານທູດ, ຜູ້ຕາງໜ້າວົງການຊາວໜຸ່ມປັນຍາຊົນ ແລະ ຊາວຫວຽດນາມອາໄສຢູ່ ສະຫະພັນ ລັດເຊຍ, ແຈ້ງກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ກອງປະຊຸມໃຫຍ່ຄັ້ງທີ XIV), ກ່ຽວກັບບັນດາໜ້າທີ່ສຳຄັນ ເຊິ່ງຄະນະການນຳຂອງປະເທດຊາດໄດ້ວາງອອກເພື່ອ ນຳຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນແກ່ນ.
ຢູ່ການພົບປະ, ທ່ານເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດໄດ້ສະຫງວນເວລາກ່າວກ່ຽວກັບ 3 ເນື້ອໃນຫຼັກລວມມີ: ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ບັນດາໜ້າທີ່ທີ່ໄດ້ວາງອອກ. ໃນນັ້ນ, ທ່ານ ເລຮວ່າຍຈຸງ ເນັ້ນໜັກວ່າ ພາຍໃຕ້ການຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ພັດທະນາຢ່າງມີຄວາມຂະຫຍັນຂັນເຄື່ອນທີ່ສຸດ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ກຳລັງຄວາມສາມາດ ແລະ ອະນາຄົດຂອງການພົວພັນສອງຝ່າຍ.