ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ, ນຳໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລິມ, ຫວຽດນາມ ຈະປະຕິບັດບັນດາບຸລິມະສິດຍຸດທະສາດຢ່າງມີໄຊ, ນຳປະເທດກ້າວເຂົ້າສູ່ສັງກາດບຸກບືນ
ທ່ານປະທານາທິບໍດີ Vladimia Putin ໄດ້ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ:nhandan.vn)
ຕອນບ່າຍວັນທີ 24 ກຸມພາ, ຢູ່ວັງ Kremlin, ທູດພິເສດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ໄດ້ໂອ້ລົມສົນທະນາກັບທ່ານ Vladimia Putin, ປະທານາທິບໍດີ ລັດເຊຍ.
ຢູ່ທີ່ນີ້, ທ່ານປະທານາທິບໍດີ Vladimia Putin ໄດ້ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ຢືນຢັນວ່າ ເລື່ອງທ່ານ ໂຕເລິມ ສືບຕໍ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດໃໝ່ ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈເປັນຢ່າງສູງຂອງພັກ ແລະ ປະຊາຊົນ; ທ່ານສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ, ນຳໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລິມ, ຫວຽດນາມ ຈະປະຕິບັດບັນດາບຸລິມະສິດຍຸດທະສາດຢ່າງມີໄຊ, ນຳປະເທດກ້າວເຂົ້າສູ່ສັງກາດບຸກບືນ ແລະ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ.
ໃນຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ກໍ່ໄດ້ດຳເນີນການພົບປະສົນທະນາ. 2 ຝ່າຍພ້ອມກັນກວດກາ, ຕີລາຄາສະພາບການຮ່ວມມື 2 ຝ່າຍ; ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ວັນທີ 24 ກຸມພາ, ຢູ່ ມົດສະກູ, ສະຫະພັນ ລັດເຊຍ, ທູດພິເສດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ໄດ້ພົບປະກັບທ່ານ D. Medvedev ປະທານພັກ ລັດເຊຍ ເອກະພາບ ແລະ ທ່ານ G. Zyuganov, ປະທານພັກກອມມູນິດສະຫະພັນ ລັດເຊຍ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
ທີ່ການພົບປະ, ທ່ານລັດຖະມົນຕີ ເລຮ່ວາຍຈຸງ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດບັນດາການກຳນົດທິດພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່; ທ່ານໄດ້ເນັ້ນໜັກເຖິງການຫັນປ່ຽນຮູບແບບເຕີບໂຕ ໂດຍອີງໃສ່ວິທະຍາສາດເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ, ພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທຳ, ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ… ທ່ານຢືນຢັນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບສະຫະພັນ ລັດເຊຍ ເປັນສຳຄັນ; ທ່ານກໍ່ຍົກອອກຂໍ້ສະເໜີຈຳນວນໜຶ່ງກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງພັກກອມມິນູດ ຫວຽດນາມ ກັບ 2 ພັກຂອງ ລັດເຊຍ ໃນໄລຍະຈະມາເຖິງ.
ສ່ວນທ່ານ D. Medvedev ປະທານພັກ ລັດເຊຍ ເອກະພາບ ຢືນຢັນວ່າ ປະເທດ ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ, ໃນນັ້ນມີໄຟຟ້ານິວເຄຼຍ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ…
ທ່ານ G. Zyuganov, ປະທານພັກກອມມູນິດສະຫະພັນ ລັດເຊຍ ກໍ່ເຫັນດີສົມທົບກັນຊຸກຍູ້ການພົວພັນຊ່ອງທາງພັກ, ພິເສດແມ່ນວຽກງານແລກປ່ຽນທິດສະດີ, ສະໜັບສະໜູນການຮ່ວມມືລັດຖະສະພາ, ລະຫວ່າງບັນດາທ້ອງຖິ່ນ.