ຂ່າວສານ

ທຳ​ນຽ​ຂາວ ໄດ້​ອອກ​ແຈ້ງ​ການ​ທາງ​ການ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ຢ້ຽມ​ຢາມ​ຈີນ ຂອງ​ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ

ທຳ​ນຽບ​ຂາວ ກໍ່​ໃຫ້​ຮູ້​ວ່າ ສອງ​ຝ່າຍ​ໄດ້​ເຫັນ​ດີ​ສ້າງ​”ສະ​ພາ​ການ​ຄ້າ” ເພື່ອ​ແນ​ໃສ່​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ໃນ​ບັນ​ດາ​ຂົງ​ເຂດ​ບໍ່​ມີ​ລັກ​ສະ​ນະ​ສະ​ດຸ້ງ​ໄວ ແລະ ພ້ອມ​ກັບ “ສະ​ພາ​ລົງ​ທຶນ” ເພື່ອ​ສ້າງ​ເວ​ທີ​ປາ​ໄສ​ແລກ​ປ່ຽນ​ຂັ້ນ​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ລົ​ງ​ທຶນ.
  ທ່ານ​ປະ​ທາ​ນາ​ທິ​ບໍດີ ອາ​ເມ​ລິ​ກາ Donald Trump ແລະ ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ (ພາບ: REUTERS)  
ໃນລາຍ​ການ​ຂ່າວ​ທີ່​ໄດ້​ປະ​ກາດ​ໃນ​ວັນ​ທີ 18 ພຶດ​ສະ​ພາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ພາຍຫຼັງ​ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ (13 – 15 ພຶດ​ສະ​ພາ) ​ເປັນ​ເວ​ລາ 3 ວັນ, ທຳ​ນຽບ​ຂາວ ໃຫ້​ຮູ້​ວ່າ ຈີນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊື້​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ອາ​ເມ​ລິ​ກາ ຢ່າງ​ໜ້ອຍ​ສຸດ 17 ຕື້ USD/ປີ ຈົນ​ຮອດ​ປີ 2028, ນອກ​ຈາກ​ນັ້ນບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ນຳ​ເຂົ້າ​ຖົ່ວ​ເຫຼືອງ​ກໍ່​ບັນ​ລຸ​ໄດ້​ກ່ອນ​ນັ້ນແລ້ວ. ຕາມ​ທຳ​ນຽບ​ຂາວ, ປັກ​ກິ່ງ ກໍ່​ໄດ້​ຕໍ່​ກຳ​ນົດ​ເວ​ລາ ໃບ​ອະ​ນຸ​ຍາດ​ສົ່ງ​ອອກທີ່​ໝົດ​ເວ​ລາ​ກຳ​ນົດ​ແລ້ວ ໃຫ້​ແກ່​ຮາກ​ຖານ​ຊິ້ນ​ງົວ​ຂອງ​ອາ​ເມ​ລິ​ກາ ກວ່າ 400 ແຫ່ງ ແລະ ເພີ່ມ​ເຕີມ​ບັນ​ດາ​ຮາກ​ຖານ​ໃໝ່, ພ້ອມ​ທັງ, ເປີດກວ້າງ​ຄວາ​ມ​ສາ​ມາດເຂົ້າ​ເຖິງ​ຕະຫຼາດ​ຈີນ ໃຫ້​ແກ່ ຊາວ​ກະ​ສິ​ກອນ ອາ​ເມ​ລິ​ກາ. ທຳ​ນຽບ​ຂາວ ກໍ່​ໃຫ້​ຮູ້​ວ່າ ສອງ​ຝ່າຍ​ໄດ້​ເຫັນ​ດີ​ສ້າງ​”ສະ​ພາ​ການ​ຄ້າ” ເພື່ອ​ແນ​ໃສ່​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ໃນ​ບັນ​ດາ​ຂົງ​ເຂດ​ບໍ່​ມີ​ລັກ​ສະ​ນະ​ສະ​ດຸ້ງ​ໄວ ແລະ ພ້ອມ​ກັບ “ສະ​ພາ​ລົງ​ທຶນ” ເພື່ອ​ສ້າງ​ເວ​ທີ​ປາ​ໄສ​ແລກ​ປ່ຽນ​ຂັ້ນ​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ລົ​ງ​ທຶນ.

top