ອາເມລິກາ ຈະຫຼຸດ 10% ພາສີອາກອນສຳລັບສິນຄ້ານຳເຂົ້າຈາກ ຈີນ, ຜ່ານນັ້ນ ນຳອັດຕາພາສີທັງໝົດຂອງ ອາເມລິກາ ສຳລັບສິນຄ້າ ຈີນ ຈາກ 57% ຫຼຸດລົງເຫຼືອປະມານ 47%.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ພົບກັນຢູ່ ສ. ເກົາຫຼີ ໃນວັນທີ 30 ຕຸລາ 2025 (ພາບ: REUTERS)
ວັນທີ 1 ພະຈິກ, ທຳນຽບຂາວປະກາດລາຍລະອຽດກ່ຽວກັບຂໍ້ຕົກລົງ ເຊິ່ງ ອາເມລິກາ ແລະ ຈີນ ຫາກໍ່ບັນລຸໄດ້ການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດອັນດັບໜຶ່ງອັນດັບ 2 ໃນໂລກ.
ຕາມແຈ້ງການຂອງທຳນຽບຂາວແລ້ວ, ອາເມລິກາ ຈະຫຼຸດ 10% ພາສີອາກອນສຳລັບສິນຄ້ານຳເຂົ້າຈາກ ຈີນ, ຜ່ານນັ້ນ ນຳອັດຕາພາສີທັງໝົດຂອງ ອາເມລິກາ ສຳລັບສິນຄ້າ ຈີນ ຈາກ 57% ຫຼຸດລົງເຫຼືອປະມານ 47%. ໄປຄຽງຄູ່ກັນນັ້ນ, ອາເມລິກາ ຈະຫຼຸດອັດຕາພາສີນຳເຂົ້າສຳລັບບັນດາປະເພດສິນຄ້າທີ່ກ່ຽວຂ້ອງເຖິງ fentanyl ແຕ່ 20% ຫຼຸດລົງເຫຼືອ ພຽງ10%.
ລັດຖະບານ ອາເມລິກາ ເຫັນດີເປັນເອກະພາບຢຸດ 1 ປີສຳລັບ “ບັນຊີລາຍຊື່ດຳ” ເປີດກວ້າງ ຂອງກະຊວງການຄ້າທີ່ຫ້າມບັນດາບໍລິສັດຊື້ສິນຄ້າເຕັກໂນໂລຢີ ອາເມລິກາ, ໃນນັ້ນ ມີອຸປະກອນຜະລິດເຄິ່ງຊັກນຳໄຟຟ້າ. ນອກຈາກນັ້ນ, ອາເມລິກາ ກໍຈະຢຸດໜຶ່ງປີສຳລັບບັນດາບ້ວງຄ່າທຳນຽບທ່າກ່ຳປັ່ນຫາກໍ່ຈັດວາງສຳລັບບັນດາກ່ຳປັ່ນໂດຍ ອາເມລິກາ ຕໍ່, ຖືເປັນກຳມະສິດ ແລະ ຖືທຸງຊາດປະເທດນີ້.